ໂຄງການຕອບບຸນແທນຄຸນ ມອບເຮືອນໃຫ້ພະນັກງານບໍານານ

ໃນວັນທີ 24 ມີນາ 2021 ຢູ່ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບເຮືອນ ໃຫ້ພໍ່ຕູ້ ໜໍ່ ສຸພັນ ພະນັກງານບໍານານ ທີ່ບໍ່ທັນພົ້ນທຸກ ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງຄໍາເກີດ.

ພິທີ ທ່ານ ນາງ ໂສພີ ພິມມະຍົດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ລາຍງານວ່າ: ການກໍ່ສ້າງເຮືອນຫຼັງດັ່ງກ່າວ ແມ່ນໄດ້ເລີ່ມມາແຕ່ເດືອນ ທັນວາ 2020, ມີຄວາມກ້ວາງຂະໜາດ 6×7 ແມັດ, ໃຊ້ເວລາການກໍ່ສ້າງ 3 ເດືອນ ຈຶ່ງສໍາເລັດ, ລວມມູນຄ່າການກໍ່ສ້າງ 24.896.000 ກີບ, ດ້ວຍທຶນສົມທົບຈາກໂຄງການຕອບບຸນແທນຄຸນຂອງຊາວໜຸ່ມເມືອງຄໍາເກີດ, ຮາກຖານ, ໜ່ວຍຮາກຖານ, ສະມາຄົມນັກທຸລະກິດໜຸ່ມ, ພະສົງ ລະດົມຈາກສັງຄົມ, ພໍ່ຄ້າຊາວຂາຍ ພາຍໃນເມືອງ.

ເປັນກຽດມອບໂດຍ ທ່ານ ຜາສຸກ ຈູມມາລາວົງ ໂດຍຊ້ອງໜ້າທຸກພາກສ່ວນເຂົ້າຮ່ວມ, ພ້ອມນີ້ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາພາກສ່ວນ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນທຶນຮອນ ເຂົ້າໃນການກໍ່ສ້າງເຮືອນຫລັງດັ່ງກ່າວ.

About admins14