ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາເຂດຈຸດຊຸມໃຈກາງ ແຂວງບໍລິຄໍາໄຊ

 

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານ ການພັດທະນາເຂດຈຸດຊຸມໃຈກາງ ແຂວງບໍລິຄໍາໄຊ ໄດ້ເປີດຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 19 ມີນາ 2021 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ທ່ານ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ກຽດຂື້ນຜ່ານບົດສະຫຼຸບວຽກງານ ກໍ່ສ້າງຮາກຖານການພັດທະນາເຂດຈຸດຊຸມໃຈກາງແຂວງ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດເຂດເຊື່ອມຕໍ່ຂອງແຂວງ ບໍລິຄໍາໄຊ ທີ່ຕິດກັບ 4 ແຂວງ ຄື: ແຂວງໄຊສົບູນ, ແຂວງຊຽງຂວາງ, ແຂວງຄໍາມ່ວນ ແລະ ນະຄອນຫຼວງວຽງຈັນ, ມີ 2 ປະເທດຕິດກັບຄື: ສສ ຫວຽດນາມ ແລະ ຣາສະອານາຈັກໄທ, ເປັນແຂວງທີ່ມີພື້ນທີ່ພູຜາປ່າໄມ້ເປັນສ່ວນໃຫຍ່, ຫ່າງໄກສອກຫຼີກ ແລະ ກວ້າງຂວາງ ຈື່ງເປັນແຂວງໜຶ່ງທີ່ຫຼໍ່ແຫຼມ, ມີຄວາມສ່ຽງຕໍ່ຄວາມບໍ່ສະຫງົບ ຈື່ງໄດ້ກໍານົດບັນດາບ້ານ, ເມືອງ ທີ່ຫຼໍ່ແຫຼມທັງໝົດ ເພື່ອແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບເຂດຈຸດສຸມໃຈກາງຂອງແຂວງ ເຊິງມີ 11 ບ້ານ, 3 ເມືອງ ໃນນີ້ ໄດ້ປະຕິບັດສໍາເລັດແລ້ວ 10 ບ້ານ, ຍັງຄ້າງ 01 ບ້ານ.

ຜ່ານການຈັດຕັ້ງປະຕິບັດ ແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບ ຢູ່ແຂວງບໍລິຄໍາໄຊ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 025/ກມສພ ໃນໄລຍະ 02 ປີ ທີ່ຜ່ານມາ, ເຫັນວ່າສະພາບພາຍໃນແຂວງແມ່ນມີຄວາມສະຫງົບ, ໜັກແໜ້ນ, ລະບົບອໍານາດການປົກຄອງໄດ້ຮັບການປັບປຸງດີຂື້ນ, ສະພາບພໍ່ແມ່ປະຊາຊົນ ໄດ້ຮັບການເຊື່ອມຊືມຢ່າງເລີກເຊິ່ງຕໍ່ແນວທາງ, ມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ.

ສະພາບພະນັກງານ ແລະ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງເຂດຈຸດສຸມ ປະກອບມີ 3 ຂັ້້ນ, ພະນັກງານລົງເຮັດວຽກຕົວຈີງ 226 ສະຫາຍ ແລະ ກອງເສນາ 9 ສະຫາຍ, ວຽກງານເກັບກໍາສະຖິຕິພົນລະເມືອງ, ໃນຈໍານວນ 10 ບ້ານມີທັງໜົດ 315 ໜ່ວຍ, ມີ 5,495 ຄອບຄົວ ຂື້ນສໍາມະໂນຄົວແລ້ວ 5,288 ຄອບຄົວ, ບໍ່ທັນໄດ້ຂື້ນສໍາມະໂນຄົວ 207 ຄອບຄົວ, ມີຄົນຕ່າງປະເທດອາໃສຢູ່ 497 ຄົນ, ຍິງ 221 ຄົນ.

ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກໍ່ໄດ້ຂື້ນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ຜົນຂອງການຈັດຕັ້ງປະຕິບັດວຽກງານ, ຖອດຖອນໄດ້ບົດຮຽນ, ຊອກຫາວິທີເພື່ອປັບປຸງແກ້ໄຂ, ຂໍ້ຄົງຄ້າງບາງດ້ານ ແລະ ວາງທິດທາງແຜນການໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສໍາເລັດ ຢ່າງມີປະສິດທິຜົນສູງ.

ໂອກາດດັ່ງກ່າວ ທ່ານ ພົຕ ກົງທອງ ພົງວິຈິດ ກໍ່ໄດ້ໃຫ້ກຽດມີຄໍາຄິດເຫັນ ແລະ ໃຫ້ທິດຊີ້ນໍາ ໃນການປະຕິບັດໜ້າທີ່ວຽກງານ, ແຜນການໃນການສືບຕໍ່ໃນຕໍ່ໜ້າ, ຖືເອົາວຽກງານສຶກສາອົບຮົບ-ການເມືອງແນວຄິດ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີແບບແຜນວິທີເຮັດວຽກ, ຮູ້ຈັກຊີ້ນໍາ-ນໍາພາ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ, ສືບຕໍ່ແກ້ໄຂບັນດາເປົ້າໝາຍທີ່ຍັງຄ້າງຄາ, ບ້ານທີ່ມີຈຸດຫຼໍ່ແຫຼມ ທີ່ຍັງມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແນ່ໃສ່ໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ບັນດາອໍານາດການປົກຄອງບ້ານ, ເມືອງ, ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານຂອງເມືອງ-ແຂວງ ຮ່ວມມືປະສານສົມທົບກັນຢ່າງກົມກຽວ ພ້ອມກັນແກ້ໄຂທຸກກໍລະນີ ທີ່ເກີດຂື້ນໃຫ້ຂາດຕົວ, ເດັດຂາດ ບໍ່ປ່ອຍໃຫ້ບັນຫາລຸກລາມໄປຢ່າງເດັດຂາດ.

ທີ່ປະຊຸມ ຍັງໄດ້ຈັດພິທິມອບໃບຍ້ອງຍໍຂັ້ນຕ່າງໆ ໃຫ້ແກ່ພະນັກງານນຳພາ – ພະນັກງານ ນັກຮົບ ທີ່ໄດ້ເອົາໃຈໃສ່ຕໍ່ການປະຕິບັດເຮັດໜ້າວຽກງານ ກໍ່ສ້າງຮາກຖານການພັດທະນາເຂດຈຸດສຸມໃຈກາງ ແຂວງບໍລິຄໍາໄຊ ໃນໄລຍະ 1 ປີທີ່ຜ່ານມາ.

About admin11