ແນວລາວສ້າງຊາດບ້ານທົ່ງແປ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 6 ຂອງຕົນ

ຕອນເຊົ້າວັນທີ 30 ກັນຍາ 2020 ນີ້, ທີ່ຫ້ອງການບ້ານທົ່ງແປ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ແນວລາວສ້າງຊາດຄັ້ງທີ 6 ຂອງບ້ານຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຢົງນູວື່ ປະທານແນວລາວສ້າງຊາດບ້ານທົ່ງແປ , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີເລຂາພັກບ້ານ ການຈັດຕັ້ງບ້ານ ສະມາຊິກແນວລາວສ້າງຊາດບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ຢົງແຢ່ ຮອງປະທານແນວລາວສ້າງຊາດບ້ານທົ່ງແປ ໄດ້ຂຶ້ນຜ່ານບົດລາຍງານການເມືອງທ່ານໃຫ້ຮູ້ວ່າ: ບ້ານທົ່ງແປປະກອບມີ 3 ເຜົ່າ ຄື: ເຜົ່າມົ້ງ, ເຜົ່າບໍ່ ແລະ ເຜົ່າແຖງ ມີພົນລະເມືອງທັງໝົດ 2.360 ຄົນ, ປະຊາຊົນບ້ານທົ່ງແປແມ່ນໄດ້ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ຄະນະກໍາມະການແນວລາວສ້າງຊາດຂັ້ນບ້ານ ໄດ້ຖືເອົາວຽກງານດັ່ງກ່າວເປັນວຽກງານໜຶ່ງທີ່ສໍາຄັນ ສອດຫ້ອຍເຂົ້າກັບທຸກວຽກງານ, ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ລົງໃກ້ສິດຕິດແທດກັບພໍ່ແມ່ປະຊາຊົນພາຍໃນບ້ານ ຮ່ວມກັບແນວລາວສ້າງຊາດຂັ້ນເມືອງ ແລະ ປະກອບສ່ວນຢ່າງຈິງຈັງໃນການລົງເຄື່ອນໄຫວເຮັດວຽກແນວຄິດຊີ້ນໍາ-ນໍາພາໃນແຜນພັດທະນາເສດຖະກິດສັງຄົມທີ່ພັກ-ລັດ ວາງອອກໃນແຕ່ລະໄລຍະ.

ພາຍຫລັງຄະນະກໍາມະການແນວລາວສ້າງຊາດບ້ານທົ່ງແປຊຸດເກົ່າຂຶ້ນອຳລາໜ້າທີ່, ທ່ານ ກ່ອງວ່າງ ວິຊາການຫ້ອງການແນວລາວສ້າງຊາດເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດເມືອງ ສະບັບເລກທີ 067/ນສຊ.ມຄກ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດຂັ້ນບ້ານ ປະທານແນວລາວສ້າງຊາດເມືອງຄໍາເກີດ ຕົກລົງແຕ່ງຕັ້ງ ທ່ານ ເນັ່ງຈ້າ ຊົ່ງ ເປັນປະທານ, ທ່ານ ຢົງແຢ່, ທ່ານ ໄຊ ສົມບູນ, ທ່ານ ຫວັງໄກ ຊົ່ງ ແລະ ທ່ານ ທອງຊົງເປັນ ຮອງປະທານ.

ຫຼັງຈາກນັ້ນ ກໍ່ໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ຄະນະກໍາມະການແນວລາວສ້າງຊາດຂັ້ນບ້ານ ຕາງໜ້າມອບໂດຍທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ຈາກນັ້ນ ທ່ານກໍ່ໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດທີ່ທາງບ້ານຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໃຫ້ຄະນະຊຸດໃໝ່ນີ້ ໃຫ້ມີການເຄື່ອນໄຫວສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ເປັນປະຈໍາ ໂດຍອີງໃສ່ພາລະບົດບາດ ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດບ້ານ, ປຸກລະດົມປວງຊົນ ໃຫ້ຮັກແພງ ສາມັກຄີຊ່ວຍເຫລືອ້ເຊິ່ງກັນ ແລະ ກັນ, ກໍາແໜ້ນໄດ້ລະບຽບກົດໝາຍຕ່າງໆ ເພື່ອເຮັດໃຫ້ບ້ານຂອງຕົນມີຄວາມສະຫງົບໂດຍພື້ນຖານ.

About admin11