ເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ


ຕອນເຊົ້າຂອງວັນທີ 30 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດ ເລກທີ 77 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາຫ້ອງການຍຸຕິທໍາເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ຮອງຫົວໜ້າພະແນກຍຸຕິທໍາ, ປະທານກວດກາພັກ-ລັດເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ, ນາຍບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານດໍາລັດ ເລກທີ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ເຊີ່ງປະກອບມີ 11 ໝວດ, 49 ມາດຕາ ທີ່ໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ການຕິດຕາມກວດກາວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖີງກົດໝາຍ ແລະ ຂະບວນການຍຸຕິທໍາ, ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ໂດຍສະເພາະແມ່ນການບໍລິການທາງດ້ານກົດໝາຍໃຫ້ແກ່ ບຸກຄົນຜູ້ທີ່ທຸກຍາກ, ດ້ອຍໂອກາດ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍ, ຜູ້ທີ່ຖືກເຄາະຮ້າຍ ໃຫ້ມີຄວາມຍຸຕິທໍາ.

ໂອກາດນີ້ ໂຄງການ 031 ໄດ້ນໍາເອົາເຄື່ອງອຸປະກອນຮັບໃຊ້ໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເປັນຕົ້ນແມ່ນ ຄອມພິວເຕີ, ລໍາໂພງ, ໂທລະສັບຕັ້ງໂຕະ, ຈໍ ແອວຊີດີ, ປິ່ນເຕີ, ແອ ລວມມູນຄ່າທັງໝົດ 43 ລ້ານກ່ວາກີບ ມາມອບໃຫ້ຫ້ອງການຍຸຕິທໍາເມືອງວຽງທອງ ຕາງໜ້າມອບໂດຍ ທ່ານ ຄໍາຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທໍາແຂວງບໍລິຄໍາໄຊ ແລະ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ກ່າວຮັບໂດຍ ທ່ານ ບຸນມາ ຢົງໜ້າວ່າງ ຮັັກສາການຫົວໜ້າຫ້ອງການຍຸຕິທໍາເມືອງ .

About admin11