ແຕ່ນີ້ຮອດປີ 2025 ບໍລິຄໍາໄຊ ຈະເລັ່ງໃສ່ 6 ເປົ້າໝາຍໃນການພັດທະນາ

ໃນວາລະດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ 2 ໃນລະຫວ່າງວັນທີ 7-8 ເມສາ 2021 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ໄດ້ເປັນກຽດຂື້ນຜ່ານຜົນງານການຈັດຕັ້ງປະຕິບັດແຜນພັດທະນາແຂວງບໍລິຄໍາໄຊ 5 ປີຜ່ານມາ ແລະ ແຜນພັດທະນາ 5 ປີຕໍ່ໜ້າ 2021-2025 ເຊີ່ງທ່ານໄດ້ຍົກໃຫ້ເຫັນວ່າ: ແຂວງບໍລິຄໍາໄຊເປັນແຂວງທີ່ມີທີ່ຕັ້ງຢູ່ຈຸດໃຈກາງຂອງປະເທດເຊິ່ງເປັນຈຸດເຊື່ອມຕໍ່ລະຫວ່າງແຂວງພາກເໜືອ, ນະຄອນຫຼວງກັບບັນດາແຂວງພາກກາງ ແລະ ພາກໃຕ້ຂອງປະເທດ ແລະ ເປັນເສັ້ນທາງຜ່ານທີ່ໃກ້ທີ່ສຸດ ລະຫວ່າງ ສສ ຫວຽດນາມ ຫາ ລາຊາອານາຈັກໄທ ປະກອບມີ 7 ເມືອງ 284 ບ້ານ ມີພົນລະເມືອງທັງໝົດ 311.119 ຄົນ, ຍິງ 152.763 ຄົນ ຈິ່ງເປັນຕົ້ນເຫດໃຫ້ແຂວງບໍລິຄໍາໄຊ ໄດ້ມີທ່າແຮງ ໃນການພັດທະນາຫຼາຍດ້ານ.

ໃນ 5 ປີ ຜ່ານມາແຕ່ 2016-2020 ແຂວງບໍລິຄໍາໄຊ ໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງ, ພັດທະນາເສດຖະກິດ – ສັງຄົມຢ່າງຕໍ່ເນື່ອງເປັນກ້າວໆມາ ແລະ  ຖືເອົາການສຶກສາອົບຮົມ ການເມືອງແນວຄິດ ຈົນເຮັດໃຫ້ວຽກງານຫຼາຍດ້ານໄດ້ຮັບການພັດທະນາ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນ, ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຫຼັກ, ຫັນເອົາການພັດທະນາເສດຖະກິດເປັນສ່ວນສຳຄັນ  ມາຮອດປະຈຸບັນນີ້ແຂວງບໍລິຄໍາໄຊ ໄດ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ ນັ້ນແມ່ນສະແດງໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດໃນວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ຄຽງຄູ່ກັບວຽກງານດັ່ງກ່າວແລ້ວກໍ່ໄດ້ສຸມໃສ່ນໍາພາປະຊາຊົນ ເຮັດການຜະລິດສົ່ງເສີມການສ້າງລາຍຮັບໃຫ້ແກ່ຄອບຄົວຂອງປະຊາຊົນບັນດາເຜົ່ານັບມື້ນັບແຂງແຮງຂຶ້ນ ເຊີ່ງມັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ລະດັບການຂະຫຍາຍຕົວດ້ານເສດຖະກິດ ໃນອັດຕາສະເລ່ຍ 6,5% ໃນນັ້ນການຂະຫຍາຍຕົວດ້ານກະສິກໍາ 4%, ດ້ານອຸດສາຫະກໍາ 11%, ການບໍລິການ 8,8% ລວມຍອດຜະລິດຕະພັນພາຍໃນມາຮອດປີ 2020 ບັນລຸ 6,083 ຕື້ກວ່າກີບ ສະເລ່ຍໃສ່ພົນລະເມືອງຜູ້ໜື່ງໄດ້ 19 ລ້ານກວ່າກີບ ລວມຍອດການລົງທຶນພາຍໃນ 5 ປີ ແມ່ນ 7,644 ຕື້ກວ່າກີບ ເທົ່າກັບ 87,81% ຂອງແຜນການ ໃນນັ້ນການລົງທຶນຂອງລັດກວມເອົາ 6,42%, ການຊ່ວຍເຫຼືອລ້າ ຫຼື ODA 3,42%, ການລົງທືນຂອງພາກເອກະຊົນພາຍໃນ 68,85%, ການປ່ອຍສິນເຊື່ອຂອງພາກທະນາຄານ ປະຕິບັດໄດ້ 21,31%, ການເກັບລາຍຮັບເຂົ້າງົບປະມານ 3.589 ຕື້ກວ່າກີບ ໃນນັ້ນພູດສູນກາງ 2.633 ຕື້ກວ່າກີບ ເທົ່າກັບ 174%, ພູດຂອງແຂວງ 964 ຕື້ກວ່າກີບ ເທົ່າກັບ 95,04%  ແລະ ປະຕິບັດລາຍຈ່າຍໄດ້ 2.346 ຕື້ກີບ ແຕ່ສິ່ງທີ່ພົ້ນເດັ່ນ 5 ປີຜ່ານມາ ແຂວງບໍລິຄໍາໄຊແມ່ນສາມາດກຸ້ມຕົນເອງດ້ານສະບຽງອາຫານ ແລະ ມີສ່ວນແຮໄວ້ ແລະ ສົ່ງອອກ, ດ້ານເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າສະອາດ ຕານ່າງສຶກສາ ສາທາລະນະສຸກ ກໍ່ໄດ້ເຂົ້າທົ່ວເຖິງປະຊາຊົນທຸກກຸ່ມບ້ານ, ການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າກໍ່ໄດ້ຮັບການສົ່ງເສີມເພື່ອເປັນການອະນຸລັກໄວ້ໃຫ້ລູກຫຼານໄດ້ສືບທອດ, ຄວາມທຸກຍາກຂອງປະຊາຊົນກໍ່ໄດ້ຮັບການແກ້ໄຂຍັງເຫຼືອພຽງ 1,8% ທີ່ບໍ່ທັນພົ້ນທຸກໃນທົ່ວແຂວງ.

ທ່ານເຈົ້າແຂວງຍັງໄດ້ຢ້ຳອີກວ່າ: ເພື່ອປະຕິບັດຄຳຂວັນ “ສ້າງແຂວງບໍລິຄຳໄຊໃຫ້ເປັນປະຕູດ້ານເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສີ່ງແວດລ້ອມແບບຍືນຍົງ’’ ໃນ 5 ປີຕໍ່ໜ້າ 2021-2025 ແຂວງບໍລິຄໍາໄຊພວກເຮົາ ຈະໄດ້ເລັ່ງໃສ່ 6 ເປົ້າໝາຍ ໃນການພັດທະນາ ໂດຍຈະສູມໃສ່ສືບຕໍ່ພັດທະນາເສດຖະກິດ-ສັງຄົມຕາມເງື່ອນໄຂທີ່ມີ, ເພື່ອສຸມໃສ່ພັດທະນາແຂວງ ໃຫ້ບັນລຸເງື່ອນໄຂການຫລຸດພົ້ນຈາກການດ້ອຍພັດທະນາ ດ້ວຍການເຕີບໂຕທາງດ້ານເສດຖະກິດທີ່ມີຄຸນນະພາບ.

ເປົ້າໝາຍທີ່ 1 ຈະສູ້ຊົນເຮັດໃຫ້ແຂວງບໍລິຄໍາໄຊ ມີການຂະຫຍາຍຕົວທາງດ້ານເສດຖະກິດກວມເອົາ 4-5% ລວມຍອດຜະລິດຕະພັນພາຍໃນ ຫຼື GPP ໃຫ້ບັນລຸ 8,815 ຕື້ກວ່າກີບຂື້ນໄປ, ຂະແໜງກະສິກໍາໃຫ້ຂະຫຍາຍຕົວກວມເອົາ 26%, ອຸດສາຫະກໍາໃຫ້ຂະຫຍາຍຕົວກວມເອົາ 46% ແລະ ການບໍລິການໃຫ້ຂະຫຍາຍຕົວກວມເອົາ 28%, ລາຍຮັບສະເລ່ຍໃສ່ພົນລະເມືອງໃຫ້ບັນລຸ 2,734 ໂດລາ,

ເປົ້າໝາຍທີ່ 2 ຄາດຄະເນພົນລະເມືອງຮອດປີ 2025 ຈະມີ 354.520 ຄົນ,ຍິງ 176.438 ຄົນ, ອັດຕາເພີ່ມຂື້ນ 2% ຈະປັບປຸງລະບົບການສຶກສາໃຫ້ມີຄຸນນະພາບ, ພັດທະນາວຽກງານສາທາລະນະສຸກໃຫ້ທັນສະໄໝ, ໂດຍຍົກສູງຄຸນນະພາບຂອງການຮຽນວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ສົມດຸນການຂະຫຍາຍຕົວດ້ານສັງຄົມ.

ເປົ້າໝາຍທີ່ 3  ຈະເຮັດໃຫ້ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂື້ນໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ, ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ໃຫ້ມີຄຸນນະພາບຊີວິດການເປັນຢູ່ດີຂື້ນ, ພົນລະເມືອງທຸກຄົນຕ້ອງໄດ້ຮັບການປົກປ້ອງດ້ວຍກົດໝາຍ, ສະຫວັດດີການທີ່ດີ ແລະ ມີຄວາມສະເໝີພາບຍິງ-ຊາຍ.

ເປົ້າໝາຍທີ່ 4 ຈະສຸມໃສ່ພັດທະນາແຂວງບໍລິຄໍາໄຊ ໄປຕາມທິດສີຂຽວ, ເປັນມິດກັບສິ່ງແວດລ້ອມໂດຍສະເພາະແມ່ນການຟື້ນຟູປ່າໄມ້ໃຫ້ປົກຫຸ້ມ 75 %, ຈັດສັນທີດິນໃຫ້ເປັນລະບົບ, ຍົກສູງນໍ້າໃຈໃນຄວາມຮັບຜິດຊອບຂອງສັງຄົມ ໃຫ້ຫັນເຂົ້າສູ່ການອານຸລັກສິ່ງແວດລ້ອມໃຫ້ໄປຕາມທິດສີຂຽວ.

ເປົ້າໝາຍທີ່ 5  ແມ່ນສົ່ງເສີມການຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດ ແລະ ບ້ານໃກ້ເຮືອນຄຽງ, ເປີດກວ້າງການຮ່ວມມືດ້ານການລົງທຶນ ແລະ ດ້ານຕ່າງໆໂດຍທຸກຝ່າຍໃຫ້ໄດ້ຮັບຜົນປະໂຫຍດເຊິ່ງກັນ ແລະ ກັນ.

 ເປົ້າໝາຍທີ່ 6 ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ສຸມໃສ່ປັບປຸງກົນໄກປະສານງານດ້ວຍຫຼາຍຮູບແບບ ເພື່ອຈະເຮັດໃຫ້ວຽກງານທຸກດ້ານໃຫ້ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ, ຫັນການລົງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານສາມສ້າງໃຫ້ແຂງແຮງ, ຄົ້ນຄວ້າຊ່ອງທາງດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍ ແລະ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ກ້າວເຂົ້າສູ່ຄວາມສີວິໄລ.

About admin11