ແຂວງບໍລິຄຳໄຊ ເປີດນຳໃຊ້ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ຢ່າງເປັນທາງການ

ພິທີເປີດການນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ຢູ່ຫ້ອງການບໍລິການເອກະສານຜ່ານປະຕູດຽວ ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນໍາຂອງແຂວງ, ຂອງເມືອງ, ຄະນະຫ້ອງການບໍລິການເອກະສານຜ່ານປະຕູດຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດລາຍງານໂດຍຫຍໍ້ ຈາກທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການບໍລິການເອກະສານຜ່ານປະຕູດຽວ ວ່າ: ແຜນການສ້າງຕັ້ງຫ້ອງການບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ມີ 2 ໜ່ວຍງານ 10 ປ່ອງບໍລິການ ມີພະນັກງານ 24 ທ່ານ ຍິງ 13 ທ່ານ ເປັນຫ້ອງການບໍລິການເອກະສານຜ່ານປະຕູດຽວ ໂດຍແມ່ນການຈັດຕັ້ງຂອງລັດ ຂຶ້ນກັບຫ້ອງວ່າການແຂວງ ມີພາລະບົດບາດການເຄື່ອນໄຫວແບບລວມສູນໃນການບໍລິການເອກະສານ ແລະ ຄຸ້ມຄອງເອກະສານຕາມລະບຽບການ ກົດໝາຍຂອງລັດ, ເພື່ອແກ້ໄຂເອກະສານໃຫ້ສຳເລັດ, ໂດຍບໍລິການຜ່ານລະບົບເອເລັກໂຕນິກ (ລະບົບ IT) ໃຫ້ສອດຄ່ອງກັບພາລະບົດບາດຂອງແຕ່ລະຂະແໜງການ, ຮັບໃຊ້ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ, ຮັບປະກັນຄວາມຖືກຕ້ອງ, ສະດວກ, ວ່ອງໄວ, ໂປ່ງໃສ ທັນຕາມກຳນົດເວລາ, ລວມູນຄ່າໃນການປັບປຸງຫ້ອງການທັງໝົດ 3.533.000.000 ກີບ ໃນນັ້ນ ມີ 3 ໂຄງການ ຄື: ໂຄງການປັບປຸງສ້ອມແປງຫ້ອງການ ມູນຄ່າ 330.000.000 ກີບ ສຳເລັດແລ້ວ 100%, ໂຄງການສະໜອງວັດຖຸອຸປະກອນໄອທີ ມູນຄ່າ 2.742.000 ກີບ ກວດກາ 1 ຄັ້ງ ປະຕິບັດໄດ້ 48,65% ທີ່ກໍາລັງເລັ່ງພັດທະນາ ແລະ ໂຄງການປັບປຸງເພີ່ມເຕີມ 460.000.000 ກີບ ກຳລັງຈັດຕັ້ງປະຕິບັດຕາມການປະເມີນຂອງວິຊາສະເພາະ ປະຕິບັດໄດ້ 64%.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການນຳສະເໜີຂັ້ນຕອນ ແລະ ການລົງມືປະຕິບັດງານຕົວຈິງ ໃນການນຳໃຊ້ລະບົບເອເລັກໂທຣນິກ (ລະບົບ IT) ບໍລິການໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ຈາກບໍລິສັດທີຊີທີ ໂຊລູເຊີ່ນ ເຫັນວ່າມີຄວາມສະດວກ, ວ່ອງໄວ ປະຢັດໄດ້ທັງເວລາ ແລະ ລຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ. ຈາກນັ້ນ ໄດ້ມີການຕັດແຖບຜ້າເພື່ອເປີດການນຳໃຊ້ຢ່າງເປັນທາງການ.

About admins16