ຮາກຖານພັກພະລັງງານ ແລະ ບໍ່ແຮ່ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຮາກຖານພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ເປັນປະທານໂດຍ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ຈາກ 5 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຄຳສັ່ງ ຂອງກົມການເມືອງສູນກາງພັກເລກທີ 01/ກມສພ, ລົງວັນທີ 13 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມດຽວກັນ ຍັງໄດ້ຮັບຟັງການເຜີຍແຜ່ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈຶ່ງຈະສຳເລັດ.

About admins14