ເມືອງ ວຽງທອງເລົ່າຄືນມູນເຊື່ອ 3 ວັນ ປະຫວັດສາດ

ໃນວັນທີ 21 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນປະກາດເອກະລາດ 12 ຕຸລາ, ວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ ແລະ ວັນວັນສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກ ຂອງ ສປປ ລາວ ຄົບຮອບ 33 ປີ ຂື້ນ ໂດຍເປັນກຽດເຂົ້າຮ່ວມ ແລະ ເລົ່າຄືນມູນເຊື່ອດັ່ງກ່າວ ຂອງທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ພະນັກງານ, ລັດຖະກອນເຂົ້າຮ່ວມ.

          ທ່ານ ສົມໃຈ ຊົງລາວ່າງ ໄດ້ຍົກໃຫ້ເຫັນ ວັນປະກາດເອກະລາດຂອງຊາດລາວເຮົາ ເປັນຄັ້ງທຳອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ວັນດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວເຮົາ, ວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວເຮົາ ເປັນມື້ທີ່ມີການໂຮມຊຸມນຸມອັນຍີ່ງໃຫຍ່ ທີ່ມີມວນຊົນເຂົ້າຮ່ວມກວ່າ 2 ໝື່ນຄົນ ແລະ ລັດຖະບານລາວອິດສະຫຼະໄດ້ເປັນຕົວແທນໃຫ້ແກ່ວົງຄະນາຍາດແຫ່ງຊາດປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ຊາວໂລກຢ່າງເປັນທາງການ.

        ພ້ອມນີ້ ທ່ານ ຍັງໄດ້ຍົກໃຫ້ຮູ້ປະຫວັດຄວາມເປັນມາຂອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 33 ປີ, ຈຸດປະສົງ ກໍ່ເພື່ອເຮັດໃຫ້ພະນັກງານລັດຖະກອນ, ພະນັກງານຫລັກແຫລ່ງນຳພາ ແລະ ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ຄວາມໝາຍ, ຄວາມສຳຄັນ, ມຸນເຊື້ອອັນດີງາມ 3 ວັນດັ່ງກ່າວ.

About admin11