ບ້ານໃຫຍ່ຈອມທອງ ສ້າງຂະບວນການ ທຳລາຍບ່ອນແຜ່ພັນຍຸງລາຍ


ໃນວັນທີ 22 ຕຸລາ 2020 ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະຫ້ອງການສາທາລະນະສຸກເມືອງ, ຄະນະອໍານວຍການໂຮງໝໍເມືອງ ໄດ້ລົງຊຸກຍູ້ອໍານາດການປົກຄອງ, ພໍ່ແມ່ປະຊາຊົນ ບ້ານໃຫຍ່ຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ສ້າງຂະບວນການອອກແຮງງານລວມທົ່ວບ້ານ ເພື່ອສະກັດກັ້ນການແຜ່ພັນຂອງຍຸງລາຍ ທີ່ເປັນພາຫະນະນໍາເຊື້ອພະຍາດໄຂ້ເລືອດອອກ.

         ດຣ ເພັດ ພະລານທອງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານວ່າ ປະຈຸບັນ ບ້ານໃຫຍ່ຈອມທອງ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 60 ກ່ວາກໍລະນີ, ດັ່ງນັ້ນ ເພື່ອຢັບຢັ້ງການແຜ່ເຊື້ອຂອງພະຍາດ ຫ້ອງການສາທາລະນະສຸກເມືອງ ໄດ້ລົງຕິດຕາມໃຫ້ພໍ່ແມ່ປະຊາຊົນ ອອກແຮງງານລວມ ທໍາລາຍແຫຼ່ງເພາະພັນຂອງຍຸງ ແລະ ໄດ້ໄຊ້ເຄື່ອງພົ່ນຢາຂ້າ 2 ຄັ້ງ,

        ການສ້າງຂະບວນການອອກແຮງງານລວມຄັ້ງນີ້ ທິມງານກໍ່ໄດ້ພ້ອມກັບອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນອອກແຮງງານຖາງປ່າພາຍໃນບ້ານ ບ່ອນທີ່ຮົກເຮື້ອ ແລະ ກະໂປະກະປອງຢາງຕີນລົດເປົ່າບ່ອນທີ່ມີນໍ້າຂັງ ເພື່ອຕັດວົງຈອນການແຜ່ຂະຫຍາຍຂອງຍຸງລາຍ, ພ້ອມດຽວກັນນີ້ ທີມງານກໍ່ໄດ້ໂຄສະນາເຖີງສາເຫດ ແລະ ຜົນຮ້າຍ ຂອງພະຍາດໄຂ້ເລືອດອອກ, ວິທີປ້ອງກັນ, ເວລາມີອາການໄຂ້ ຕ້ອງໄປຫາໂຮງໝໍ ຫຼຶ ສຸກສາລາໃຫ້ແພດກວດ ແລະ ປິ່ນປົວຢ່າງຖືກຕ້ອງ.

 

About admin11