ວຽທອງ – ໄຊຈຳພອນ ເຊື່ອມຊື່ມນິຕິກຳຂອງກຳມະບານແຂວງ

 ໃນວັນທີ 18 ພະຈິກ 2021 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງວຽງທອງ ສະຫະພັນກຳມະບານ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ແຜນດຳເນີນງານຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຜູ້ແທນກຳມະບານທົ່ວແຂວງບໍລິຄຳໄຊ ຄັ້ງທີ VII , ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ແທນສະຫະພັນກຳມະບານລາວ ໃຫ້ຄະນະສະຫະພັນກຳມະບານເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມເປັນປະທ​ນ​ ຂອງທ່ານ ດຳລົງ ທັບລາດ ປະທານກຳມະບານແຂວງບໍລິຄຳໄຊ, ມີຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານຮາກຖານ,​ ປະທານບັນດາໜ່ວຍພາຍໃນເມືອງ ເຂົ້າຮ່ວມ.

       ວາລະກອງປະຊຸມ ໄດ້ພ້ອມກັນຮັບຟັງການເຊື່ອມຊືມບັນດາເອກະສານທີ່ສໍາຄັນ ເຊັ່ນ: ຮ່າງທາບທາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງກອງທຶນທານຸເຄາະ ເພື່ອຊ່ວຍເຫລືອສັງຄົມຂອງສະຫະພັນກຳມະບານແຂວງ, ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ, ແຜນດຳເນີນງານຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງສະຫະພັນກຳມະບານແຂວງ, ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ແທນກຳມະບານລາວ.​

         ໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ຢູ່ທີ່ສະໂມສອນ ຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດກອງປະຊຸມເຜີຍແຜ່ ແຜນດຳເນີນງານ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຜູ້ແທນກຳມະບານ ແຂວງບໍລິຄຳໄຊ ຄັ້ງທີ VII ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງຜູ້ແທນສະຫະພັນກໍາມະບານລາວ ໂດຍເປັນປະທານ ຂອງທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານ ແຂວງບໍລິຄຳໄຊ ມີຄະນະບໍລິຫານງານສະຫະພັນກຳມະບານເມືອງ, ປະທານບັນດາຮາກຖານອ້ອມຂ້າງ ເຂົ້າຮ່ວມ.

About admin11