ປະທານກວດກາພັກ-ລັດແຂວງ ລົງຊຸກຍູ້ວຽກງານຕາມສາຍຕັ້ງ ຢູ່ເມືອງທ່າພະບາດ

        ໃນວັນທີ 18 ພະຈິກ 2021  ທ່ານ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ – ລັດ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຕາມສາຍຕັ້ງ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ  ໂດຍມີປະທານກວດກາພັກ-ລັດເມືອງ ແລະ ຜູ້ກວດກາໜ່ວຍພັກອ້ອມຂ້າງເມືອງ ຕະຫຼອດຮອດເລຂາພັກບ້ານ ເຂົ້າຮ່ວມ.

 ທ່ານ ສະຫວັນເພັດ ຈັນທະວົງສາ ປະທານກວດກາພັກລັດເມືອງ ໄດ້ລາຍງານວ່າ: ຄະນະກວດກາພັກ – ລັດຂັ້ນເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງ ດ້ວຍການຮ່ວມຊີວິດພັກ ໃນແຕ່ລະເດືອນ, ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ແລະ ບັນດານິຕິກຳອື່ນໆ.

ພ້ອມກັນນັ້ນ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍເຊື່ອຊືມນິຕິກຳຕ່າງໆ ເປັນຕົ້ນແມ່ນ ບົດແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກ ທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີ XI  ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຄັ້ງ 7 ຂອງແຂວງ, ມະຕິປະຊຸມໃຫຍ່ຄັ້ງທີ່ 6 ຂອງອົງຄະນະພັກເມືອງ.

ໃນການລົງເຮັດວຽກຂອງຄະນະກວດກາພັກ-ລັດແຂວງ ໃນຄັ້ງນີ້ ຈຸດປະສົງກໍ່ເພື່ອເປັນການຊຸກຍູ້ວຽກງານຕາມສາຍຕັ້ງປະຈຳປີ 2021 ໃຫ້ມີຄວາມຖືກຕ້ອງສອດຄ່ອງ ລະຫວ່າງເມືອງ ແລະ ແຂວງ ໃນແຕ່ລະໄລຍະ ພ້ອມທັງຮັບຟັງການສະເໜີແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແຕ່ລະໜ່ວຍພັກ ໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ທີ່ ເມືອງ ທ່າພະບາດ ໃຫ້ໄດ້ຮັບຜົນສຳເລັດ.

 

 

 

 

About admin11