ເມືອງວຽງທອງ ມອບ – ຮັບ ມູນຖານລາຍຮັບຈາກຊັບສິນຂອງລັດ

      ໃນວັນທີ 18 ມັງກອນ 2022 ທີ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີ ມອບ – ຮັບ ຂໍ້ມູນຖານລາຍຮັບຈາກຊັບສີນຂອງລັດ ລະຫວ່າງ ໜ່ວຍງານຄຸ້ມຄອງຊັບສີນແຫ່ງລັດ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳຫວາ ພິມມະສອນ ຮອງຫົວໜ້າພະແນກການເງິນແຂວງບໍລິຄຳໄຊ, ມີ ຫົວໜ້າຫ້ອງການ-ການເງີນ ເມືອງ, ອານຸກຳມະການຄຸ້ມຄອງຊັບສີນຂອງລັດຂັ້ນແຂວງ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ໃນພິທີ ທ່ານ ວຽງໄຊ ວັນນະລາ ຫົວໜ້າໜ່ວຍງານສ່ວຍສາກາກອນເມືອງ ໄດ້ຂື້ນຜ່ານ ບົດບັນທືກ ມອບ – ຮັບ ຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ລະຫວ່າງ ໜ່ວຍງານຄຸ້ມຄອງຊັບສິນຂອງລັດ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງ  ເຊີ່ງທົ່ວເມືອງ ວຽງທອງ  ມີຂໍ້ມູນລາຍຮັບຈາກອະສັງຫາລິມະຊັບສະຖິຕິຫົວໜ່ວຍທີ່ມີເອກະສານສັນຍາເຊົ່າ – ສຳປະທານທີ່ດິນທັງໝົດ 14 ຫົວໜ່ວຍ, ໃນນັ້ນ ມີສັນຍາເຊົ່າ 8 ຫົວໜ່ວຍ, ສັນຍາສຳປະທານ 6 ຫົວໜ່ວຍ ແລະ ໄດ້ສ້າງແຜນລາຍຮັບຈາກຊັບພະຍາກອນທຳມະຊາດປີ 2022 ຈຳນວນ 1 ຊຸດ, ສ້າງຂໍ້ມູນລາຍຮັບຈາກຄ່າທຳນຽມຈົດທະບຽນເອກະສານ, ຄ່າທຳນຽມຈົດທະບຽນແບບເດັດຖານຕາມມູນຄ່າຊັບ, ກົນໄກການປະສານງານເພື່ອເກັບລາຍຮັບໃນຕໍ່ໜ້າ ເພື່ອເຮັດໃຫ້ໜ້າວຽກທັງສອງໜ່ວຍງານສະດວກກວ່າເກົ່າ, ມີຄວາມສອດຄ່ອງ ແລະ ບໍ່ໃຫ້ວຽກຊໍ້າຊ້ອນກັນ.

ດັ່ງນັ້ນ, ຈີ່ງມີການເຊັ່ນມອບ-ຮັບ ຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດລະຫວ່າງໜ່ວຍງານຄຸ້ມຄອງຊັບສິນຂອງລັດປະຈຳເມືອງເປັນຜູ້ມອບ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງເປັນຜູ້ຮັບ ໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເປັນສັກຂີພະຍານ.

 

About admin11