ປກສ ເມືອງ ປາກຊັນ ເປີດຂະບວນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

          ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ເປີດຂະບວນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມຄໍາຂັວນທີ່ວ່າ: ການແກ້ໄຂບັນຫາຢາເສບຕິດ ແມ່ນບັ້ນຮົບທີ່ສໍາຄັນ ທີ່ພວກເຮົາທຸກຄົນຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ ຢູ່ໃນຈໍານວນ 04 ບ້ານ ຄື: ບ້ານກ້ວຍອຸດົມ, ບ້ານໂພນສະອາດ, ບ້ານ ທ່ານາ ແລະ ບ້ານ ນາດີ, ເຊິ່ງໄດ້ເປັນເອກະພາບໄຂຂື້ນພ້ອມກັນຢ່າງເປັນທາງການ ໃນຕອນເຊົ້າວັນທີ 18 ມັງກອນ 2022 ຄະນະນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ນໍາພາໂດຍ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ ພ້ອມດ້ວຍຄະນະ, ມີຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ ປາກຊັນ, ພະນັກງານ-ນັກຮົບ, ປກສ ກຸ່ມບ້ານ, ເລຂາພັກບ້ານ-ນາຍບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍຢູ່ໃນຈໍານວນ 04 ບ້ານ ເຂົ້າຮ່ວມ.

          ໃນພິທີ ບັນດາຄະນະປະທານ ແລະ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 26 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ – ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ພ້ອມນັ້ນຍັງໄດ້ນໍາເອົາເນື້ອໃນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດມາເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ, ເຊິ່ງຢາເສບຕິດທຸກຊະນິດລ້ວນແຕ່ມີຜົນກະທົບໂດຍກົງຕໍ່ບຸກຄົນ, ຄອບຄົວທີ່ພົວພັນຄ້າ-ຂາຍ ແລະ ເສບຢາເສບຕິດ, ຕໍ່ກັບຜູ້ເສບກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດໂຊມຈ່ອຍຜອມ, ເກີດອາການປະສາດຫຼອນ ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫົງບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນຄ້າຂາຍກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດ ຕັດອິດສາລະພາບຈໍາຄຸກຕາມສະຖານໜັກເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດກໍ່ມີ.

ເນັ້ນໜັກໃຫ້ທຸກພາກສ່ວນ ພ້ອມກັນໃຫ້ຄວາມຮ່ວມມືຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ, ຄອບຄົວໃດທີ່ພົວພັນຄ້າ-ຂາຍ ຫຼື ເສບຢາເສບຕິດກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວຂັ້ນຕອນ ເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດຢ່າງສິ້ນເຊີງ.

           ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ໃນຈໍານວນ 04 ບ້ານ ໃນຄັ້ງນີ້, ບັນດາຄະນະຮັບຜິດຊອບທຸກຂັ້ນ ຈະໄດ້ຮ່ວມມືປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນແຕ່ລະບ້ານ ເພື່ອເຮັດວຽກງານສອບສວນຂັ້ນພື້ນຖານ, ເກັບກໍາສະພາບລວມຂອງແຕ່ລະບ້ານ, ຄັດຈ້ອນ, ຂື້ນບັນຊີເປົ້າໝາຍ, ວິເຄາະ, ໄຈ້ແຍກ ແບ່ງປະເພດເປົ້າໝາຍ ເຊັ່ນ: ເປົ້າໝາຍຄ້າ-ຂາຍ, ຂົນສົ່ງ, ເປົ້າໝາຍເຄີຍຖືກຄະດີ, ເຄີຍຖືກສານຕັດສິນ, ເຄີຍຖືກດັດສ້າງ, ຖືກສຶກສາອົບຮົມ, ເປົ້າໝາຍຕ້ອງສົງໄສ ແລະ ເປົ້າໝາຍທີ່ເປັນຄົນຕ່າງປະເທດ ຢ່າງລະອຽດ, ຈະແຈ້ງ, ຮັດກຸມ, ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ, ຕໍ່ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍ່ຈະໄດ້ເຮັດບົດບັນທຶກມອບໃຫ້ພໍ່ແມ່ຜູ້ປົກຄອງ, ການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມໃຫ້ຢຸດເຊົາ, ຖ້າບໍ່ສາມາດຢຸດເຊົາດ້ວຍຕົວເອງກໍ່ຈະໄດ້ສົ່ງຕົວໄປບໍາບັດປິ່ນປົວ, ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານ ແມ່ນຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍ ເຊັ່ນ: ນໍາຕົວມາກວດນໍ້າປັດສະວະເພື່ອຊອກຫາສານເສບຕິດ, ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ, ຈຸດປະສົງ ກໍ່ເພື່ອແນ່ໃສ່ເຮັດໃຫ້ບັນຫາຢາເສບຕິດຢູ່ພາຍໃນເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຮັບການສະກັດກັ້ນ, ແກ້ໄຂໃຫ້ໝົດສິ້້ນໄປໂດຍໄວ.

 

About admin11