ເມືອງວຽງທອງ ທາບທາມຜ່ານຮ່າງຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ

     ຕອນເຊົ້າຂອງວັນທີ 23 ມີນາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາບທາມຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາຂອງແຂວງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ທັງເປັນສະມາຊິກສະພາປະຊາຊົນແຂວງປະຈໍາເມືອງວຽງທອງ, ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເນື້ອໃນຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມແບບສັນຍາຂອງແຂວງ ໃນແຕ່ລະໝວດ, ແຕ່ລະມາດຕາ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ເນື້ອທີ່ດິນໄດ້ຮັບການພັດທະນາ, ຮັບປະກັນການຜະລິດກະສິກໍາເປັນສິນຄ້າຕາມມາດຕະຖານ ພັດທະນາເສດຖະກິດສັງຄົມຂອງແຂວງບໍລິຄໍາໄຊ, ຮ່າງຂໍ້ຕົກລົງສະບັບນີ້ປະກອບມີ 10 ໝວດ, 59 ມາດຕາ.

ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ – ຄໍາເຫັນຢ່າງກົງໄປກົງມາແລະມີຄວາມຮັບຜິດຊອບສູງຕໍ່ເນື້ອໃນຮ່າງຂໍ້ຕົກລົງ ເພື່ຶອຄວາມເປັນເອກະພາບແລ້ວນຳສະເໜີໃຫ້ທ່ານເຈົ້າແຂວງຕໍ່ໄປ.​

 

 

About admin11