ປກສ ເມືອງປາກຊັນ ສືບຕໍ່ລົງເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ 03 ບ້ານ

  ເພື່ອເປັນການສຶບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດໃຫ້ທົ່ວເຖິງ ແລະ ສໍາເລັດໃນທຸກບ້ານຂອງເມືອງປາກຊັນ ແຂວງ ບໍລິຄໍາໄຊ, ຕອນເຊົ້າ ວັນທີ 23 – 24 ມີນາ 2022 ກອງບັນຊາການ ປກສ ເມືອງປາກຊັນ ໄດ້ສຶບຕໍ່ລົງເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ 02 ບ້ານ ຄື: ບ້ານໂພໄຊ, ມີໄຊ ແລະ ບ້ານ ຫົງໄຊ ເມືອງ ປາກຊັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງປາກຊັນ, ມີ ຮອງເລຂາຄະນະພັກຮາກຖານ, ຄະນະກອງບັນຊາການ ປກສ ເມືອງ ປາກຊັນ ພ້ອມດ້ວຍຄະນະຮັບຜິດຊອບ, ພາກສ່ວນທີ່ກ່ຽວຂ້ອງ ປກສ ເຂດເທດສະບານ ກຸ່ມ 01 ແລະ ກຸ່ມ 02 , ເລຂາພັກບ້ານ – ນາຍບ້ານ, ປກສ ບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍພາຍໃນບ້ານ ເຂົ້າຮ່ວມ.

 ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນນໍາເອົາເອກະສານທີ່ສໍາຄັນຕ່າງໆ ມາເຜີຍແຜ່ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ພ້ອມທັງໄດ້ນໍາເອົາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດມາເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນ ແລະ ບັນດາກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າໃຈ.

ເຊິ່ງຢາເສບຕິດທຸກຊະນິດລ້ວນແຕ່ມີຜົນກະທົບໂດຍກົງຕໍ່ບຸກຄົນ, ຄອບຄົວທີ່ພົວພັນຄ້ – ຂາຍ ແລະ ເສບຢາເສບຕິດ, ຕໍ່ກັບຜູ້ເສບກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດໂຊມຈ່ອຍຜອມ, ເກີດອາການປະສາດຫຼອນ, ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວຫລຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫົງບສຸກ, ສັງຄົມບໍ່ມີຄວາມສະຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະ ອື່ນໆ.

ຕໍ່ກັບຜູ້ທີ່ພົວພັນຄ້າຂາຍກໍ່ຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດ ຕັດອິດສະຫລະພາບຈໍາຄຸກຕາມສະຖານໜັກເບົາ, ໃນກໍລະນີຮ້າຍແຮງກໍ່ຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດກໍ່ມີ.

ຄະນະຮັບຜິດຊອບ ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນໃຫ້ຄວາມຮ່ວມມື ຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ, ຄອບຄົວໃດທີ່ພົວພັນຄ້າ – ຂາຍ ຫຼື ເສບຢາເສບຕິດກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວຂັ້ນຕອນ ເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດຢ່າງສິ້ນເຊີງ.

ໂອກາດດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະໄດ້ນໍາເອົາເປົ້າໝາຍຈໍານວນດັ່ງກ່າວມາສ້າງບົດບັນທຶກ ສຶກສາອົບຮົມ ເພື່ອປ່ຽນແປງຢຸດເຊົາຕໍ່ການພົວພັນເສບ ແລະ ຄ້າຂາຍຢາເສບຕິດທຸກປະເພດ ໃຫ້ເປັນຄົນດີຂອງສັງຄົມ ແລະ ເປັນກໍາລັງແຮງປະກອບສ່ວນ ເຂົ້າໃນວຽກງານສ້າງສາພັດທະນາຄອບຄົວ, ກໍ່ຄືປະເທດຊາດ.

ທາງຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດ ຂັ້ນເມືອງ ຍັງໄດ້ມອບໝາຍໜ້າທີ່ໃຫ້ຜູ້ປົກຄອງ, ເຈົ້າໜ້າທີ່ ປກຊ – ປກສ ບ້ານ, ກຸ່ມບ້ານ ສົມທົບກັບອົງການຈັດຕັ້ງບ້ານ ຕິດຕາມກວດກາຕໍ່ໄປ ຖ້າຫາກວ່າບໍ່ປະຕິບັດຕາມບົດບັນທຶກ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍ.

        ຕອນທ້າຍພິທີ ທ່ານປະທານ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນພ້ອມກັນໃຫ້ຄວາມຮ່ວມມືຊ່ວຍເຫຼືອເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ, ຕໍ່ກັບບຸກຄົນໃດ, ຄອບຄົວໃດທີ່ພົວພັນຄ້າ – ຂາຍ ຫຼື ເສບຢາເສບຕິດກໍ່ໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມບາດກ້າວຂັ້ນຕອນ ເພື່ອແນ່ໃສ່ເຮັດໃຫ້ທຸກຄົນຫຼຸດພົ້ນອອກຈາກການຕົກເປັນທາດຂອງຢາເສບຕິດ, ຈົ່ງພ້ອມພາກັນຈັດຕັ້ງປະຕິບັດຕາມແຜນດຳເນີນງານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໂຄງການດຳເນີນງານຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ ໃຫ້ປະກົດຜົນເປັນຈິງ ແລະ ມີຄຸນນະພາບສູງສຸດ.

 

 

 

 

About admin11