ເມືອງວຽງທອງ ຍ້ອງຍໍຜົນງານ 5 ປີ ຂະບວນແຂ່ງຂັນຮັກຊາດ – ພັດທະນາ

ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍ ແລະ ໃບຊົມເຊີຍ ທ່ານເຈົ້າແຂວງບໍລິຄໍາໄຊ ໃຫ້ກົມກອງ, ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນການສ້າງສາພັດທະນາປະເທດຊາດໄລຍະ 5 ປີຜ່ານມາ (2016 – 2020) ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ຕາມລັດຖະດໍາລັດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ທົ່ວປະເທດໃນໄລຍະໃໝ່ ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 21 ກູມພາ 2023 ຢູ່ຫ້ອງປະຊຸມຂອງເມືອງວຽງທອງ, ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລາພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ, ມີຄະນະຊີ້ນໍາຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາຂັ້ນແຂວງ, ຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດການຈັດຕັ້ງບ້ານ ເຂົ້າຮ່ວມ.

ຕໍ່ກັບຜົນງານການປະກອບສ່ວນ ເຂົ້າໃນວຽກງານຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້້າສູ່ລວງເລິກ ໃນໄລຍະ 5 ປີ (2016-2020), ພັກ-ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ຕົກລົງຍ້ອງຍໍສັນລະເສີນຄຸນງາມຄວາມດີຕໍ່ບຸກຄົນ, ນິຕິບຸກຄົນ, ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນ, ສະເພາະເມືອງວຽງທອງ ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 3 ກົມກອງ, ບຸກຄົນຈຳນວນ 4 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 24 ຫຼຽນ ປະດັບໃຫ້ບຸກຄົນ 24 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 64 ຫຼຽນ ປະດັບໃຫ້ບຸກຄົນ 61 ທ່ານ, 3 ກົມກອງ, ຫຼຽນກາແຮງງານ ຈຳນວນ 129 ຫຼຽນ ມອບໃຫ້ບຸກຄົນ 129 ທ່ານ, ໃບຍ້ອງຍໍລັດຖະບານ 491 ໃບ ມອບໃຫ້ບຸກຄົນ 484 ທ່ານ, 7 ກົມກອງ, ໃບຍ້ອງຍໍທ່ານເຈົ້າແຂວງບໍລິຄຳໄຊ 124 ໃບມອບໃຫ້ ບຸກຄົນ 124 ທ່ານ ແລະ ໃບຊົມເຊີຍທ່ານເຈົ້າແຂວງ 73 ໃບ ມອບໃຫ້ບຸກຄົນ 73 ທ່ານ.

ໃຫ້ກຽດຂຶ້ນປະດັບຫຼຽນໄຊແຮງງານຊັ້ນ I ໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ, ປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ໂດຍທ່ານ ຄໍາແພນ ວີລືທໍາ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງວຽງທອງ, ປະດັບຫຼຽນກາແຮງງານ, ມອບໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍ ແລະ ໃບຊົມເຊີຍ ທ່ານເຈົ້າແຂວງບໍລິຄຳໄຊ ໂດຍທ່ານ ຄຳມອນ ໄຊພູມມີ ຮອງເລຂາພັກເມືອງ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ 5 ປີແຕ່ປີ 2021-2025 ຄະນະບໍລິຫານພັກເມືອງ, ຫົວໜ້າຫ້ອງການ ໄດ້ຂື້ນຈັບມືປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ເພື່ອສ້າງສາພັດທະນາເມືອງວຽງທອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມ ສີວິໄລໃນຕໍ່ໜ້າ.

About admins14