ປີ 2022 ວຽກງານກໍ່ສ້າງຮາກຖານ ເມືອງ ວຽງທອງ ມີຫລາຍດ້ານພົ້ນເດັ່ນ

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2023 ທີ່ຫ້ອງວ່າການເມືອງວຽງທອງ, ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລາພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນແຂວງ ແລະ ທ່ານ ຄໍາແພນ ວີລືທຳ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງທອງ, ມີຄະນະກໍ່ສ້າງຮາກຖານຂັ້ນແຂວງ-ຂັ້ນເມືອງ, ຫົວຫນ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານ ແລະ ນາຍບ້ານ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຕີລາຄາຄືນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດພັດທະນາ ປະຈໍາປີ 2022 ວ່າ ທົ່ວເມືອງ ມີຄອບຄົວພົ້ນທຸກ 4.898 ຄອບຄົວ ເທົ່າກັບ 91,27%, ໃນປີ 2022 ແກ້ໄຂຄອບຄົວທຸກຍາກໄດ້ 160 ຄອບຄົວ, ຄອບຄົວທຸກຍາກຍັງເຫຼືອ 468 ຄອບຄົວ ເທົ່າກັບ 8,72%, ປະຈຸບັນ ມີບ້ານພົ້ນທຸກທັງໝົດ 25 ບ້ານ ເທົ່າກັບ 73,52%, ບ້ານທຸກຍາກຍັງເຫຼືອ 9 ບ້ານ, ມີຄອບຄົວພັດທະນາທັງໝົດ 4.423 ຄອບຄົວເທົາກັບ 82,42%, ສ້າງຄອບຄົວພັດທະນາໄດ້ 150 ຄອບຄົວ ແລະ ສ້າງບ້ານພັດທະນາ ໄດ້ 13 ບ້ານ ເທົ່າກັບ 38,23% ຍັງ 21 ບ້ານ, ບ້ານທີ່ບັນລຸຕາມມາດຖານເງື່ອນໄຂບ້ານພັດທະນາ ມີ 5 ບ້ານ ຄື: ບ້ານກົກຂາມ, ບ້ານທ່າແພ, ບ້ານເມືອງມ່ວນ, ບ້ານໂພນເມືອງ ແລະ ບ້ານວັງຫີນ, ປະເມີນບ້ານຈອມທອງເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ຕາມດໍາລັດ 348/ລບ ບັນລຸແລ້ວ 15 ມາດຕະຖານ, ຍັງ 1 ມາດຖານຄືມາດຖານທີ 10 ລະບົບນໍ້າປະປາຊຸມຊົນ, ໄດ້ປະກາດບ້ານປ້ອງກັນຊາດເຂັ້ມແຂງທັງໝົດ 34 ບ້ານ ເທົາກັບ 100%, ປະກາດຮັບຮອງບ້ານວັດທະນະທຳ 2 ບ້ານ ຄື: ບ້ານນາຕັນ ແລະ ບ້ານໄຊບົວທອງ, ບ້ານວັດທະນະທໍາທົ່ວເມືອງທັງໝົດ 27 ບ້ານ ເທົ່າກັບ 79,41%, ສໍາເລັດການດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານໜ່ວຍຮາກຖານ 25 ໜ່ວຍ ໃນຈໍານວນ 52 ໜ່ວຍ ທີ່ຂື້ນກັບອົງຄະນະພັກເມືອງ.

ຈາກນັ້ນ ໄດ້ຮັບຟັງການປະກອບຄໍາເຫັນຈາກຫົວໜ້າກຸ່ມ ກອງກໍ່ສ້າງຮາກຖານປະຈຳເຂດຈຸດສູມ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍູ້ງຍາກ ບາງບົດຮຽນທີ່ສາມາດຖອດຖອນໄດ້, ການປະກອບຄຳເຫັນຈາກຄະນະຮັບຜິດຊອບຊຸກຍູ້ຂັ້ນແຂວງ ພ້ອມຜ່ານມະຕິຕົກລົງວ່າດ້ວຍການຖອນ ແລະ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານປະຈຳປີ 2023.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຄະນະນໍາຂັ້ນເມືອງຍາດມາໄດ້ ພ້ອມນັ້ນທ່ານ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບກໍ່ສ້າງຮາກຖານດານເມືອງ ຈົ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ສືບຕໍ່ຍູ້ແຮງຂະບວນການລົງກໍ່ສ້າງຮາກຖານການເມືອງຂອງພະນັກງານຢູ່ຮາກຖານ (ໄປສ້າງ ແລະ ໄປຊ່ວຍຮາກຖານ), ສືບຕໍ່ຊຸກຍູ້, ຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສອດຄ່ອງກັບນິຕິກຳຂອງຂັ້ນເທິງ, ກວດກາຄືນໂຄງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ບັນດາເປົ້າໝາຍ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະຢູ່ຂັ້ນຮາກຖານບ້ານ ໃຫ້ເປັນລະບົບຄົບຊຸດ ສາມາດເຄື່ອນໄຫວຕາມພາລະບົດບາດ ໄດ້ຢ່າງຕັ້ງໜ້າ.

About admins14