ເມືອງວຽງທອງ ຈັດພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຕອນເຊົ້າຂອງວັນທີ 28 ຕຸລາ 2021 ຢູ່ສະໂມສອນບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັັດພິທີປິດບັ້ນຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ຂໍ້ຂັດແຍ່ງເດັກຂັ້ນບ້ານ ແລະ ການເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຕຽງ ໄຊຍະສານ ເລຂາຄະນະພັກຮາກຖານບ້ານ ນາຍບ້ານຫ້ວຍຫອຍ  ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີໄດ້ຜ່ານບົດສະຫຼຸບການຝຶກອົບຮົມໃນໄລຍະແຕ່ວັນທີ 19- 25 ຕຸລາ 2021 ເຊີ່ງນັກຝຶກອົບຮົມໄດ້ຄົ້ນຄ້ວາ ຮໍ່າຮຽນບັນດາເອກະສານຕ່າງໆທີ່ສຳຄັນຄື: ກົດໝາຍອາຍາ, ກົດໝາຍຄອບຄົວ, ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ກົດໝາຍ ວ່າດ້ວຍກໍາມະສິດ, ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໂດຍແມ່ນ ທ່ານ ຄໍາຈັນ ໄຊປັນຍາ ເປັນຫົວໜ້າ, ທ່ານ ຄໍາທອງ ກອງມະນີ ເປັນຮອງ, ທ່ານ ຫວ່າຢ່າງ, ທ່ານ ສີພັນ ຄໍາປັນຍາລັກ ແລະ ທ່ານ ນາງ ໄມຈັນ ບານທະວົງ ເປັນຄະນະ. ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງເດັກຂັ້ນບ້ານ.

About admin11