ບ້ານ ນາຊວງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII

     ໃນວັນທີ 29 ຕຸລາ 2021 ຜ່ານມາ ບ້ານ ນາຊວງ ເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ດໍາເນີນກອງ ປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນຢູ່ທີ່ຫ້ອງການບ້ານດັ່ງກ່າວພາຍໃຕ້ການເປັນປະທານຂອງ ທ່ານ ບຸນລິດ ຂຸນທະວົງ ເລຂາພັກບ້ານ-ນາຍບ້ານ ນາຊວງ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ຊົງລາຫວ່າງ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ , ມີພະນັກງານກໍ່ ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານຕາມ 5 ໜ່ວຍງານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ໄລຍະ 5 ປີ ຜ່ານມາບ້ານ ນາຊວງມີສະມາຊິກພັກທັງໝົດ 15 ສະຫາຍ, ຍີງ 2 ສະຫາຍ, ຜ່ານມາຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ. ບ້ານ ນາຊວງມີ 158 ຫຼັງ ຄາເຮືອນມີ 174 ຄອບຄົວ, ມີພົນລະເມືອງ 1.003ຄົນ ຍິງ 495ຄົນ, ອາຊີບເຮັດນາ ເຮັດໄຮ່, ປູກພຶດ ແລະ ລ້ຽງສັດເປັນສຳຮອງ, ທົ່ວບ້ານມີເນື້ອທີ່ທັງໝົດ 4.400 ເຮັກຕ່າ, ພາຍໃນບ້ານມີສັດ ລ້ຽງປະເພດງົວ ຈໍານວນ 323 ໂຕ, ຄວາຍ105 ໂຕ, ໝູ່ 25 ໂຕ ແລະ ສັດປີກ ຈໍານວນ 250 ໂຕ, ສວນຢາງພາລາ 10 ເຮັກຕ່າ,ບ້ານມີຄອບຄົວພົ້ນທຸກຈຳນວນ 150 ຄອບຄົວ,ເທົ່າກັບ 86%.

ກອງປະ ຊຸມໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາພັດທະນາ ບ້ານ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ເຊີ່ງໄດ້ເລືອກເອົາ ທ່ານ ໜາວວື ວ່າງຕົວ ເປັນເລຂາພັກບ້ານ-ເປັນນາຍບ້ານ, ທ່ານ  ເຢ້ຊົ່ງ ເນ້ງວ່າງຊົງ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ, ທ່ານ ເຕ້ຍ ບຸຜາວົງ ເປັນກໍາມະການເປັນຜູ້ກວດກາພັກ – ເປັນຮອງນາຍບ້ານ

About admin11