ເມືອງປາກກະດິງ ກວດພົບສິນຄ້າເຊື່ອມຄຸນນະພາບຢູ່ 35 ລາຍການ ມູນຄ່າ 48 ລ້ານກ່ວາກີບ

ໃນລະຫວ່າງ ທ້າຍເດືອນກໍລະກົດ ຫາ ຕົ້ນເດືືອນສິງຫາ 2021 ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເມືອງປາກກະດີງ ແຂວງບໍລິຄຳໄຊ ລວມມີ: ຫ້ອງການສາທາລະນະສຸກ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການການເງີນ, ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ຫ້ອງການຖະແຫຼງຂ່າວ – ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງສົ່ງ ແລະ ຂາຍເຄື່ອງຍ່ອຍຢູ່ພາຍໃນເມືອງປາກກະດິງ ຈຳນວນ 216 ຮ້ານ, ກວດພົບເຄື່ອງບໍລິໂພກເສື່ອມຄຸນ, ໝົດອາຍຸ ແລະ ຢາປົວພະຍາດຕ້ອງຫ້າມຢູ່ 100 ຮ້ານ, ໃນນັ້ນ ມີເຄື່ອງບໍລິໂພກທີ່ເສື່ອມຄຸນ ຈຳນວນ 35 ລາຍການ.

ສິນຄ້າເສື່ອມຄຸນທີ່ກວດພົບ ມີປະເພດເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ ແລະ ເຄື່ອງສຳອາງ ລວມມູນຄ່າ 44.569.000 ກີບ, ກວດພົບສິນຄ້າຕ້ອງຫ້າມ ປະເພດຢາສູບ ອີຊີ່ ຈຳນວນ 15 ຕຸດ ມູນຄ່າ 1.200.000 ກີບ ແລະ ຍັງກວດພົບຢາປົວພະຍາດທີ່ລັກຂາຍຕາມຮ້ານຂາຍເຄື່ອງ ທີ່ບໍ່ແມ່ນຮ້ານຂາຍຢາ ຈຳນວນ 15 ລາຍການ ລວມມູນຄ່າ 2.250.000 ກີບ, ລວມມູນຄ່າທັງໝົດ 48.269.000 ກີບ.

ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຈຶ່ງໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມໃຫ້ຜູ້ປະກອບການຮັບຮູ້-ເຂົ້າໃຈເຖິງແນວທາງນະໂຍບາຍ ແລະ ແຜນຍຸດທະສາດການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ຢາ ໃນແຕ່ລະໄລຍະ ແລະ ໄດ້ອາຍັດສິນຄ້າ-ເຄື່ອງບໍລິໂພກທີ່ເສື່ອມຄຸນ-ສິນຄ້າຕ້ອງຫ້າມໄວ້ ເພື່ອຈັດພິທີທຳລາຍຢ່າງເປັນທາງການ ແລະ ມີສິນຄ້າເສື່ອມຄຸນຈຳນວນໜຶ່ງກໍ່ໄດ້ທຳລາຍກັບທີ່ເພື່ອຄວາມສະດວກ.

ຄະນະກຳມະການ ຈຶ່ງຂໍຝາກເຕືອນມາຍັງພໍ່ແມ່ປະຊາຊົນທຸກທົ່ວໜ້າ ແລະ ພໍ່ຄ້າແມ່ຄ້າ ກ່ອນຊື້, ກ່ອນຂາຍ, ກ່ອນກິນ ຕ້ອງກວດເບີ່ງວັນຜະລິດ ແລະ ວັນໝົດອາຍຸ ຂອງເຄື່ອງບໍລິໂພກ ເພື່ອຮັບປະກັນໃຫ້ມີຄວາມປອດໄພຈາກອາຫານ ແລະ ຢາ, ໄດ້ຮັບຜົນປະໂຫຍດທັງຜູ້ຊື້ກິນ ແລະ ຜູ້ຂາຍ.

About admin11