ເປີດບໍລິການແລ້ວ ສະຖານີລົດຂົນສົ່ງໂດຍສານຫຼັງໃໝ່ ໂຄງການຕະຫຼາດ VNL ປາກຊັນ

ພິທີເປີດການນໍາໃຊ້ ສະຖານີລົດຂົນສົ່ງໂດຍສານຫຼັງໃໝ່ ໂຄງການຕະຫຼາດ VNL ປາກຊັນ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2021 ຢູ່ຕະຫຼາດໃໝ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ເມືອງ, ຫົວໜ້າພະແນກ, ຜູ້ປະກອບການ-ນັກທຸລະກິດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ຈ່ຽນ ວັນນະເລີດ ປະທານບໍລິສັດ ວີເອັນແອລ ຈຳກັດຜູ້ດຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການຕະຫຼາດ VNL ປາກຊັນ ວ່າ: ໂຄງການນີ້ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 18 ພະຈິກ 2020 ເປັນຕົ້ນມາ ເພື່ອເຮັດໃຫ້ພໍ່ຄ້າຊາວຂາຍພາຍໃນແຂວງບໍລິຄຳໄຊ ຄ້າຂາຍໄດ້ສະດວກສະບາຍ ມີສະຖານທີ່ຈອດລົດກວ້າງຂວາງ, ການກໍ່ສ້າງມີທັງໝົດ 16 ກິດຈະກຳ ແລະ ໄດ້ແບ່ງອອກການດຳເນີນໂຄງການອອກເປັນ 5 ໄລຍະ.

ສຳລັບວຽກກໍ່ສ້າງອາຄານສະຖານີລົດຂົນສົ່ງໂດຍສານ ຂະໜາດຄວາມກວ້າງ 12 x 45 ແມັດ ແມ່ນນອນໃນໄລຍະທີ່ໜຶ່ງ, ມາຮອດປະຈຸບັນ ແມ່ນສຳເລັດສົມບູນແລ້ວ, ລວມມູນຄ່າການກໍ່ສ້າງຄີວລົດເມ ທັງໝົດ 1,9 ຕື້ກວ່າກີບ. ພ້ອມກັນນັ້ນ ວຽກກໍ່ສ້າງອາຄານຕະຫຼາດສົດ ຂະໜາດ 140 x 46,8 ແມັດ ແມ່ນສາມາດປະຕິບັດໄດ້ 62% ແລ້ວ.

ຫຼັງຈາກນັ້ນ ທ່ານເຈົ້າແຂວງ ກໍ່ໄດ້ໃຫ້ກຽດຕັດແທບຜ້າ ແລະ ປ່ອຍປ້າຍ ເພື່ອເປັນສັນຍາລັກເປີດບໍລິການສະຖານີລົດຂົນສົ່ງໂດຍສານຫຼັງໃໝ່ ໂຄງການຕະຫຼາດ VNL ປາກຊັນ ຢ່າງເປັນທາງການ.

About admins14