ເມືອງບໍລິຄັນ ເປີດວຽກງານກໍ່ສ້າງຮາກຖານການເມືືອງຈຸດສຸມໃຈກາງ ກຸ່ມບ້ານນາກຸນ


ກອງປະຊຸມ ວຽກວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງກຸ່ມບ້ານ ນາກຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ່ 28 ຕຸລາ 2020 ຢູ່ສະໂມສອນກຸ່ມບ້ານນາກຸນ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງບໍລິຄັນ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານຂັ້ນເມືອງ ແລະ ທ່ານ ພັນໂທ ແກ້ວສຸວັນ ວັນນະແຜງ ຫົວໜ້າກອງບັນຊາການ ປກສ ເມືອງ.

ທ່ານ ພັນໂທ ໄຂ່ຄໍາ ປັນຍານຸວົງ ຮອງການບັນຊາການ ປກສ ເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງບໍລິຄັນ ເລກທີ 426/ມບຄ, ລົງວັນທີ່ 26 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານນາກຸນ ແລະ ຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ເມືອງ ເລກທີ 01/ປກສມ, ລົງວັນທີ່ 26 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານ ຮັບຜິດຊອບແຕ່ລະໜ່ວຍພາຍໃນບ້ານ, ຈາກນັ້ນ ກໍ່ໄດ້ພ້ອມກັນຄົ້ນຄ້ວາປືກສາຫາລືກັບບັນດາອໍານາດການປົກຄອງບ້ານ ເພື່ອຫາວິທີແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແນວທາງການປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ມີຊີວີດການເປັນຢູ່ດີຂື້ນ ພ້ອມກັນສ້າງສາພັດທະນາເສດຖະກິດຂອງຕົນ ໃຫ້ຮັ່ງມີເຂັ້ມແຂງຂື້ນຢ່າງບໍຢຸດຢັ້ງ.

ທ່ານ ນາງ ວາລີ ສຸດທະວົງ ໄດ້ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ທ່ານ ຍັງຮຽກຮ້ອງໃຫ້ພະນັກງານຮາກຖານ ພ້ອມດ້ວຍອໍານາດການປົກຄອງບ້ານ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ ດ້ວຍຄວາມຮັບພິຊອບສູງ ໃນການແກ້ໄຂບັນຫາຕ່າງໆທີ່ເກີດຂື້ນພາຍໃນກຸ່ມບ້ານ ຕາມ 9 ຫົວຂໍ້ວິທະຍາສາດ, ບັນຫາ 4 ເຖື່ອນ ຢູ່ກຸ່ມບ້ານດັ່ງກ່າວໃຫ້ໝົດໄປເພື່ອໃຫ້ກຸ່ມບ້ານມີຄວາມສະຫງົບປອດໄພຂຶ້ນເລື້ອຍໆ.

About admin11