ນ້ຳຖ້ວມເຂດບ້ານໜອງອໍ້, ນາແປ ເມືອງຄຳເກີດ

            ເນື່ອງຈາກການກໍ່ຕົວພາຍຸໄຕ້ຝຸ່ນ ໂມລາເວ ( TY MOLAVE ) ເຊີ່ງມີຈຸດສູນກາງຢູ່ທະເລຈີນໃຕ້ ແລ້ວເຄື່ອນຕົວເຂົ້າຝັ່ງເຂດພາກກາງຂອງປະເທດຫວຽດນາມ ແລ້ວພັດຜ່ານເຂດພາກກາງຂອງລາວ ແຕ່ແຂວງບໍລິຄຳໄຊ ລົງຫາຄຳມ່ວນ ແລະ ສະຫວັນນະເຂດ ພາຍຸຫົວນີ້ແມ່ນເລີ່ມເຄື່ອນຕົວເຂົ້າມາແຂວງບໍລິຄຳໄຊ ແຕ່ຕອນເຊົ້າຂອງວັນທີ 28 ຕຸລາ 2020 ໄດ້ມີລົມພັດແຮງ ແລະ ຝົນຕົກລິນຢ່າງບໍ່ຂາດສາຍ ຈົນຮອດຕອນສວາຍຂອງວັນທີ 29 ຕຸລາ 2020 ເຫັນວ່າພາຍຸຝົນບໍ່ໄດ້ມີທ່າທີອ່ອນກຳລັງລົງເລີຍ ຈື່ງເປັນຕົ້ນເຫດພາໃຫ້ເກີດນ້ຳຖ້ວມອັ່ງເປັນບໍລິເວນກວ້າງໄຫຼເຂົ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນເຂດບ້ານໜອງອໍ້, ນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ເຮັດໃຫ້ຜົນຜະລິດເສຍຫາຍຢ່າງຫຼວງຫຼາຍ.

              ຕາມການລາຍງານ ຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ໄດ້ໃຫ້ຮູວ່າ: ຜົນເສຍຫາຍຈາກນ້ຳຖ້ວມໃນຄັ້ງນີ້ແມ່ນມີຫຼາຍພໍສົມຄວນ ປະຈຸບັນຍັງບໍ່ສາມາດສະຫຼຸບຕົວເລກທີ່ຊັດເຈນໄດ້ ແຕ່ສີ່ງຮ້າຍແຮງທີ່ສຸດໃນປະຈຸບັນນີ້ ແມ່ນລະດູເກັບກ່ຽວເຂົ້າ ບາງຄອບຄົວກຳລັງກ່ຽວເຂົ້າປະໄວ້ທົ່ງນາ, ບາງຄອບຄົວກໍ່ໄດ້ທ້ອນໂຮມມາກອງໄວ້ແລ້ວ, ບາງຄອບກໍ່ໄດ້ປັ່ນໃສ່ເປົາໄວ້ ແຕ່ບໍທັນໄດ້ເອົາເມືອເຮືອນກໍ່ຖືກນ້ຳພັດໜີ ໄດ້ເຮັດໃຫ້ເກີດຄວາມເສຍຫາຍຢ່າງມະຫາສານ ສ່ວນເຂົ້າບໍ່ທັນໄດ້ກ່ຽວ ແລະ ພືດຜັກຢູ່ບ່ອນທີ່ຕ່ຳກໍ່ຖືກນ້ຳສຸທັ່ງ ຈົນພາໃຫ້ເກີດມີຄວາມເສຍຫາຍ ແລະ ເສັ້ນທາງບາງບ່ອນທີ່ຕ່ຳກໍ່ຖືກຖ້ວມ, ຕໍ່ສະພາບການດັ່ງກ່າວ ທາງເມືອງກໍ່ໄດ້ລະດົມກຳລັງແຮງງານ ຈາກເຈົ້າໜ້າທີ່ ປກສ-ປກຊ, ບ້ານໃກ້ຄຽງເຂົ້າຊ່ວຍເຫຼືອ ພ້ອມກະກຽມກຳລັງສຳຮອງໄວ້ເພືອລໍຖ້າຊ່ວຍເຫຼືອປະຊາຊົນ ໃນເມືອກໍລະນີນ້ຳຫາກຍັງສືບຕໍ່ຖ້ວມຂື້ນສູງ.

About admin11