ເມືອງບໍລິຄັນຈັດພິທີສັກຢາປ້ອງກັນພະຍາດສັດ ເນື່ອງໃນວັນສັກຢາກັນພະຍາດແຫ່ງຊາດ

ເພື່ອເປັນການຊົມເຊີຍວັນສັກຢາກັນພະຍາດສັດແຫ່ງຊາດ ( 11 ພະຈິກ ) ໃຫ້ເປັນຂະບວນການຟົດພື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ໃນວັນທີ 15 ພະຈິກ 2022 ຢູ່ສະໂມສອນບ້ານໂພນຂາມ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ສັກຢາປ້ອງກັນພະຍາດສັດ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຕາງໜ້າຈາກໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຕະຫຼອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ທ່ານ ແສງສະໄໝ ພະໄຊວໍລະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບໍລິຄັນ ກ່າວວ່າ: ວຽກງານລ້ຽງສັດ ແມ່ນວຽກງານໜື່ງທີ່ມີຄວາມສໍາຄັນໃນລະບົບການປັບປຸງ ແລະ ແກ້ໄຂເສດຖະກິດແຫ່ງຊາດ ກໍ່ຄືແກ້ໄຂຊິວິດການເປັນຢູ່ຄອບຄົວຂອງປະຊາຊົນໃຫ້ນັບມື້ນັບຂະຫຍາຍຕົວດີຂຶ້ນເລື້ອຍໆ, ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ຜູ້ປະກອບການລ້ຽງສັດມີລາຍຮັບດີຂຶ້ນ ສາມາດເຮັດໃຫ້ຄອບຄົວຂອງຕົນເອງຫຼຸດພົ້ນອອກຈາກຄວາມທຸກຍາກໃນອານາຄົດ ການສັກຢາປ້ອງກັນພະຍາດໃຫ້ສັດຂອບເຂດທົ່ວເມືອງບໍລິຄັນໃນຄັ້ງນີ້ ມີງົວ 13.834ໂຕ, ຄວາຍ 4.952 ໂຕ, ໝູ 9,962 ໂຕ, ແບ້ 2,555 ໂຕ ແລະ ສັດປີກ 146,877 ໂຕ.

ຈຸດປະສົງ ໃນການເປີດຂະບວນການສັກຢາປ້ອງກັນພະຍາດສັດໃນຄັ້ງນີ້ ແມ່ນເພື່ອປ້ອງກັນບໍ່ໃຫ້ສັດລ້ຽງຕິດພະຍາດ ແລະ ຫຼຸດຜ່ອນການຕາຍຂອງສັດລ້ຽງ, ຖ້າເກີດພະຍາດແລ້ວກໍ່ຍັງເປັນການສະກັດກັ້ນບໍ່ໃຫ້ພະຍາດລະບາດຂະຫຍາຍຕົວໄປສູ່ວົງກ້ວາງຕຶ່ມອີກ.

ທ່ານ ຍັງຊີ້ແຈງອີກວ່າ: ການສັກຢາປ້ອງກັນພະຍາດສັດນີ້ໃຫ້ບັນດາທ່ານ, ຜູ້ປະກອບການລ້ຽງສັດຕະຫຼອດຮອດປະຊາຊົນທຸກຄົນທີ່ລ້ຽງສັດເຂົ້າໃຈວ່າ: ຢາປ້ອງກັນ 1 ຊະນິດ ສາມາດປ້ອງກັນພະຍາດໄດ້ພຽງແຕ່ 1 ຊະນິດເທົ່ານັ້ນ ບໍ່ແມ່ນຢາປ້ອງກັນ 1 ຊະນິດຈະສາມາດປ້ອງກັນໄດ້ຫຼາຍພະຍາດ ແລະ ຢາທຸກໆຊະນິດແມ່ນມີອາຍຸຄຸ້ມກັນຂອງມັນ ຖ້າໝົດກໍານົດຄຸ້ມກັນແລ້ວ ສັດສາມາດເກີດພະຍາດໄດ້ອີກ ຖ້າຫາກບໍ່ສັກຕໍ່ເນຶ່ອງຕາມຫຼັກການຂອງການນໍາໃຊ້ຢາແຕ່ລະຊະນິດ ຕົວຢ່າງ: ຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ, ຄວາຍ ກໍ່ສາມາດປ້ອງກັນໄດ້ພຽງແຕ່ພະຍາດເຕົ້າໂຮມເລືອດງົວ, ຄວາຍ,  ກໍລະນີງົວ, ຄວາຍ ເກີດພະຍາດປາກເປື່ອຍລົງເລັບ, ພະຍາດໄຂ້ບວມ ແລະ ພະຍາດອຶ່ນໆ ແມ່ນບໍ່ສາມາດປ້ອງກັນໄດ້, ການສັກຢາປ້ອງກັນຕ້ອງໃຫ້ຄົບຕາມພະຍາດທີ່ມັກເກີດກັບສັດໃນເຂດນັ້ນ, ສໍາລັບການສັກຢາປ້ອງກັນພະຍາດສັດລ້ຽງຢູ່ຂັ້ນເມືອງ, ທ້ອງຖິ່ນ, ຮາກຖານ ຈໍາເປັນຕ້ອງໄດ້ຮ້ຽກຮ້ອງເຖິງສັດຕະວະແພດບ້ານ, ອໍານາດການປົກຄອງບ້ານທົ່ວເມືອງໃຫ້ສ້າງແຜນການຈັດຕັ້ງປະຕິບັດຂະບວນການສັກຢາປ້ອງກັນພະຍາດສັດປະຈໍາງວດ, ປະຈໍາປີຢ່າງເປັນປົກກະຕິ ແລະ ຕໍ່ເນຶ່ອງ.

ໂອກາດດັ່ງກ່າວ ທ່ານເຈົ້າເມືອງ ແລະ ທ່ານຮອງຫົວໜ້າພະແນກກະສິກໍາແລະປ່າໄມ້ແຂງຍັງໄດ້ແນະນໍາໃຫ້ບັນດາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ເຝົ້າລະວັງ ແລະ ປົກປັກຮັກສາສັດລ້ຽງຂອງຕົນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດສັດ ຄ່ຽງຄູ່ກັບໃຫ້ຫລຸດຜ່ອນການຕາຍຂອງຝຸງສັດ ເຮັດໃຫ້ສັດລ້ຽງຢູ່ເມືອງບໍລິຄັນມີການຂະຫຍາຍຕົວຂື້ນ ກາຍເປັນສີນຄ້າໃນຕໍ່ໜ້າ.

About admins16