ກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ລົງເຜີຍແຜ່ກົດລະບຽບຈະລາຈອນ ຢູ່ກອງບັນຊາການທະຫານເມືອງປາກຊັນ

ຕອນບ່າຍວັນທີ 15 ພະຈິກ 2022 ກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ຢູ່ທີ່ກອງບັນຊາການທະຫານເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການນຳພາຂອງທ່ານ ພັນຕີ ສຸທອງ ສຸວັນນະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ເປັນກຽດເຂົ້າຮວ່ມໂດຍທ່ານ ພັນໂທ ແກ້ວອຸດອນ ພຽງພະຈັນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການທະຫານເມືອງ, ມີທ່ານ ພັນໂທ ເກດ ພົນເສນາ ຮອງຫົວໜ້າກອງບັນຊາການທະຫານເມືອງ ຫົວໜ້າການທະຫານ, ມີຄະນະຮັບຜິດຊອບກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ຄະນະພັກກອງບັນຊາການທະຫານເມືອງ, ຕະຫຼອດຮອດນາຍ ແລະ ພົນທະຫານເຂົ້າຮ່ວມ.

ໃນພິທີ ທ່ານ ຮ້ອຍເອກ ອ່ອນ ດາລາວັນ ຮອງຫົວໜ້າໜ່ວຍງານໂຄສະນາພະແນກຕຳຫຼວດຈະລາຈອນ, ໄດ້ຂື້ນເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ເຊີ່ງປະກອບມີ: ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖນາເດີນຕາມ.

ຍົກໃຫ້ເຫັນ ດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝຜູ້ລະເມີດກົດລະບຽບຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ. ພ້ອມທັງສາຍພາບວິດີໂອຈາກການບັນທຶກພາບເຫດການເກີດອຸປະຕິເຫດ, ເຊິ່ງຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກີດອຸປະຕິເຫດຢູ່ຕາມເສັ້ນທາງຕ່າງໆ ທີ່ເກີດຈາກຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ເຊີ່ງເປັນສາເຫດຫຼັກກໍ່ໃຫ້ເກີດອຸປະຕິເຫດ ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດ, ໃຫ້ບັນດາ ນາຍ ແລະ ພົນທະຫານໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວ.

ເນັ້ນໜັກໃຫ້ ນາຍທະຫານກອງບັນຊາການທະຫານເມືອງປາກຊັນ ແລະ ທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ ທີ່ໄດ້ຮຽນຮູ້ໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ບັນຫາອຸປະຕິເຫດ ຕາມທ້ອງຖະໜົນ ຢູ່ແຂວງບໍລິຄໍາໄຊ ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admins16