ເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບຊາດ ໃຫ້ແກ່ນັກຂ່າວທົ່ວປະເທດ

ກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບຊາດ ໃຫ້ແກ່ນັກຂ່າວທົ່ວປະເທດ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 20 – 25 ກັນຍາ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານດ້ານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການຢູນິເຊັບ, ມີນັກຂ່າວຈາກເວບໄຊບໍລິຄຳໄຊ, ບັນດານັກຂ່າວຈາກສູນກາງ ແລະ 18 ແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ວັນນະສິນ ສິມມະວົງ ໄດ້ກ່າວເປີດ ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ໂດຍໄດ້ຮັບການ ສະຫນັບສະຫນູນ ຈາກ ສະຫະພາບເອີລົບ ຫລື EU ແລະ ຄູ່ຮ່ວມງານອື່ນໆ ໂດຍຜ່ານ ອົງການຢູນີເຊັບ  ( UNICEF ) ປະຈໍາ ສປປ ລາວ, ມີຈຸດປະສົງຫຼັກ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ແກ່ສື່ມວນຊົນກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໂພຊະການ ໂດຍສະເພາະການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ເພື່ອໃຫ້ສື່ມວນຊົນ ສາມາດປະກອບສ່ວນວຽກງານໂຄສະນາກ່ຽວກັບການສົ່ງເສີມ ໂພຊະນາການ, ສິ່ງສໍາຄັນແມ່ນປະຊາຊົນທີ່ໄດ້ຮັບຂໍ້ມູນຂ່າວສານ ແລ້ວເກີດມີການປ່ຽນແປງທາງດ້ານພຶດຕິກໍາ ຫັນໄປໃຫ້ຄວາມສໍາຄັນຕໍ່ວຽກງານໂພຊະການ ການສົ່ງເສີມສຸຂະພາບແມ່ ແລະ ເດັກ ໃຫ້ນັບມື້ດີຂຶ້ນ.

ນອກນັ້ນ, ກອງປະຊຸມຍັງຈະໄດ້ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການພັດທະນາ ເນື້ອໃນຂ່າວສານ ທີ່ຕິດພັນກັບວຽກງານໂພຊະນາການ ໂດຍຜ່ານສື່ມວນຊົນ ແລະ ຍັງຈະໄດ້ຮັບຟັງບັນດາຫົວຂໍ້ສໍາຄັນ ໂດຍສະເພາະຄວາມສໍາຄັນຂອງການລົງທືນ ແລະ ບົດບາດຂອງສື່ມວນຊົນຕໍ່ກັບການເຜີຍແຜ່ດ້ານໂພຊະການ ແລະ ຫົວຂໍ້ອື່ນໆ.

ຜູ້ເຂົ້າຮ່ວມ ຈະໄດ້ຈັດແບ່ງກຸ່ມ ລົງພື້ນທີ່ຕົວຈິງ ຢູ່ເຂດເມືອງນອງ ແລະ ເມືອງເຊໂປນ ເພື່ອເກັບກຳຂໍ້ມູນ ກ່ຽວກັບ ວຽກງານໂພຊະນາການ ໃນການຜະລິດຂ່າວອອກເປັນບົດຂ່າວ ໜັງສືພິມ, ອອນລາຍ, ວິທະຍຸ ແລະ ທາງໂທລະພາບ.

About admins16