ຊາວໜຸ່ມໜ່ວຍຮາກຖານພະແນກຍຸຕິທໍາແຂວງ ມອບເຄຶ່ອງອຸປະກອບການຮຽນ ໃຫ້ແກ່ນ້ອງນັກຮຽນ 2 ເມືອງ

ເພື່ອເປັນການປະກອບສ່ວນຊຸກຍູ້ ວຽກງານການສຶກສາຮໍ່າຮຽນຂອງນ້ອງນັກຮຽນ, ໃນວັນທີ 20 ກັນຍາ 2022 ຢູ່ສຳນັງງານຫ້ອງການຊາວໜຸ່ມແຂວງບໍລິຄໍາໄຊ, ຊາວໝຸ່ມຮາກຖານພະແນກຍຸຕິທໍາແຂວງ ໄດ້ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມຈຳນວນໝື່ງ ລວມມູນຄ່າ 1,000,000 ກີບ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ເຍົາວະຊົນ ໂດຍສະເພາະແມ່ນໂຮງຮຽນທີ່ຢູ່ເຂດຫາ່ງໄກສອກຫຼີກ ຢູ່ ເມືອງບໍລິຄັນ ແລະ ເມືອງວຽງທອງ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມມອບຄັ້ງນີ້ໂດຍທ່ານ ແກ້ວອຸໄດ ດວງມະນີ ເລຂາຊາວໜຸ່ມຮາກຖານພະແນກຍຸຕິທໍາແຂວງ ພ້ອມຄະນະ, ໃຫ້ກຽດຮັບໂດຍ ທ່ານ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍຊ້ອງໜ້າຂອງສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ກໍໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈ ຕໍ່ການມາມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງນຸ່ງຈຳນວນໜື່ງຂອງໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທໍາແຂວງ ເພື່ອນໍາໄປມອບຕໍ່ໃຫ້ທາງໂຮງຮຽນປະຖົມບ້ານ ທີ່ຢູ່ບ່ອນເຂດຫ່າງໄກສອກຫຼີກ ແລະ ຂາດເຂີນເຄື່ອງອຸປະກອນ ແລະ ຕໍາລາການຮຽນອັນໃໝ່ໆ.

About admins16