ເຈົ້າແຂວງລົງກວດກາ ການປັບປຸງ ແລະ ສ້ອມແປງ ທາງເລກທີ 13 ໃຕ້ ໃນເທດສະບານເມືອງປາກຊັນ

ໃນວັນທີ 28 ທັນວາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລົງກວດກາການປັບປຸງ ແລະ ສ້ອມແປງເສັນທາງ ເລກທີ 13 ໃຕ້ ທີ່ຜ່ານເທດສະບານເມືອງປາກຊັນ ມີພະແນກການຂັ້ນແຂວງ, ຕາງໜ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງຮ່ວມພາທາງ.

ຕາມການໃຫ້ສຳພາດຂອງທ່ານ ກ້ອນນວນດຳ ຈັນທະມີນາວົງ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ ( ກມ 71 – ກມ 190 ) ໄດ້ໃຫ້ສຳພາດ ວ່າໂຄງການປັບປຸງ ແລະ ສ້ອມແປງທາງຊ່ວງແຂວງບໍລິຄຳໄຊ ໄດ້ແບ່ງອອກເປັນ 2 ສັນຍາ, ສຳລັບສັນຍາ 1 ຈາກ ກມ 71 ຫາ ກມ 111 ຍາວ 40 ກິໂລແມັດ ປັດຈຸບັນປະຕິບັດໄດ້ 36,9% ທຽບໃສ່ມູນຄ່າສັນຍາ ແລະ ສັນຍາ 2 ຈາກ ກມ 111 ຫາ ກມ 190 ຍາວ 79 ກິໂລແມັດ ປະຕິບັດໄດ້ 18,5% ທຽບໃສ່ມູນຄ່າສັນຍາ.

ສະເພາະ ໃນເທດສະບານເມືອງປາກຊັນ ແມ່ນກໍາລັງສຸມໃສ່ການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ແຕ່ເຂດຮ້ານອາຫານທົ່ງສາຍລົມ ບ້ານສີວິໄລ ຫາ ສົ້ນຂົວ ບ້ານຫ້ວຍສຽດ ລວມຄວາມຍາວ 2,5 ກິໂລແມັດ, ຄາດວ່າຈະໃຫ້ສໍາເລັດພາຍໃນໄລຍະປີໃໝ່ສາກົນນີ້.

ທ່ານຮອງຫົວໜ້າໂຄງການ ຍັງໄດ້ສໍາພາດຕື່ມວ່າ ທີ່ຜ່ານມາທາງໂຄງການ ໄດ້ພົບກັບບັນຫາເຄື່ອງກົນຈັກ ແລະ ພາຫະນະ ຈໍານວນໜຶ່ງເປ່ເພ ຍ້ອນສາເຫດດັ່ງກ່າວ ເຮັດໃຫ້ການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ ມີຄວາມລ່າຊ້າ.

About admins14