ເຈົ້າແຂວງພ້ອມຄະນະ ລົງເຄື່ອນໄຫວເຮັດວຽກຮ່ວມກັບ ຄະນະນໍາເມືອງໄຊຈໍາພອນ

ໃນວັນທີ 30 ມິຖຸນາ 2021 ຢູ່ສະໂມສອນຫຼັງໃໝ່ຫ້ອງວ່າການເມືອງໄຊຈຳພອນ ບັນດາທ່ານການນໍາຂອງແຂວງ ນໍາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ລົງເຄື່ອນໄຫວ ພົບປະຢ້ຽມຢາມຮ່ວມເຮັດວຽກກັບການນໍາ, ພະນັກງານຫຼັກແຫຼ່ງຂອງເມືອງໄຊຈໍາພອນ.

ໂອກາດດັ່ງກ່າວ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ 2021, ພ້ອມດຽວກັນຍັງໄດ້ສະເໜີວຽກງານບາງດ້ານ ເພື່ອໃຫ້ການນໍາຂອງແຂວງ ກໍ່ຄືບັນດາພະແນກການທີ່ກ່ຽວຂ້ອງ ສືບຕໍ່ລົງປັບປຸງແກ້ໄຂ ຕໍ່ກັບບາງວຽກງານທີ່ເຫັນວ່າຍັງມີຄວາມຄົງຄ້າງ ແລະ ມີຄວາມຈໍາເປັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ເປັນຕົ້ນແມ່ນວຽກງານການປັບປຸງ-ກໍ່ສ້າງເສັ້ນທາງຄົມມະນາຄົມທາງບົກ, ການຈັດສັນຜັງເມືອງໃໝ່ພາຍໃນເທດສະບານ ໃຫ້ມີຄວາມເປັນລະບຽບ, ລະບົບນໍ້າປະປາ, ລະບົບສັນຍານໂທລະສັບ, ການຍົກຍ້າຍ ແລະ ຕິດຕັ້ງ ຫຼັກສະຖານີວິທະຍຸຂອງເມືອງ ຈາກບ່ອນເກົ່າມາສູ່ບ່ອນໃໝ່, ການຊຸກຍູ້-ສົ່ງເສີມອາຊີບ ສ້າງວຽກເຮັດງານທໍາຂອງພໍ່ແມ່ປະຊາຊົນ ແລະ ວຽກງານໃນດ້ານຕ່າງໆ.

ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນປະຄໍາຄິດເຫັນ ສົນທະນາແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕີບັດວຽກງານໃນແຕ່ລະດ້ານຮ່ວມກັນ ເພຶ່ອເປັນການອະທິບາຍ ແລະ ຊີ້ແຈ້ງ ໃນການຈັດຕັ້ງປະຕິບັດວຽກງານ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ກັບບັນດາພະນັກງານຫຼັກແຫຼ່ງຂອງເມືອງ ກໍ່ຄືພໍ່ແມ່ປະຊາຊົນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ເພື່ອຊອກຫາຊ່ອງທາງວີທີ່ແກ້ໄຂ້ ວຽກງານໃນແຕ່ລະດ້ານໃນຕໍ່ໜ້າໃຫ້ມີຄວາມວ່ອງໄວ້ ແລະ ທັນຕໍ່ກັບສະພາບການ.

ຫຼັງຈາກນັ້ນ ທ່ານເຈົ້າບໍລິຄໍາໄຊພ້ອມດ້ວຍຄະນະ ຍັງໄດ້ຮ່ວມປູກຕົນໄມ້ ກັບບັນດາການນໍາຂອງເມືອງໄວ້ເປັນທີ່ລະນຶກ ຢູ່ທີ່ເດີ່ນໜ້າຫ້ອງວ່າການຂອງເມືອງ ແລະ ເນື່ອງໃນໂອກາດ ທີ່ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ລົງມາເຄືອນໄຫວວຽກງານຢູ່ທີເມືອງໄຊຈໍາພອນໃນຄັ້ງນີ້ ທ່ານຍັງໄດ້ນໍາເອົາເຂົ້ນສານ ຈໍານວນ 7 ໂຕ່ນ ພ້ອມດ້ວຍ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງ ນໍາມາມອບໃຫ້ການນໍາຂອງເມືອງ ເພຶ່ອໃຫ້ນໍາໄປແຈກຍາຍຕໍ່ໃຫ້ກັບພໍ່ແມ່ປະຊາຊົນ ຜູ້ທີ່ຍັງທຸກຍາກຂາດເຂີນ ແລະ ໃນຕອນແລງຂອງວັນດຽວກັນ ບັນດາການນໍາທັງສອງຝ່າຍ ຍັງໄດ້ພ້ອມພາກັນສ້າງຂະບວນການ ຫຼີ້ນກີລາບານເຕະມິດຕະພາບຮ່ວມກັນ ຢູ່ທີ່ເດີ່ນກິລາຂອງຫ້ອງວ່າການເມືອງ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

About admins14