ທ່າພະບາດ ເປີດກອງປະຊຸມ ປຶກສາຫາລືແກ້ໄຂບັນຫາກ່ຽວກັບບ່ອນລານພັກແຮ່

ໃນວັນທີ 1 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໄດ້ເປີດກອງປະຊຸມປຶກສາຫາລື ແກ້ໄຂບັນຫາກ່ຽວກັບບ່ອນລານພັກແຮ່ເຂດບ້ານປ່າໄລ່ ແລະ ບ້ານຫ້ວຍເລິກ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ມີບັນດາພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອຄົ້ນຄວ້າ ປຶກສາຫາລື ແລະ ຄວາມເປັນເອກະພາບຂອງບັນດາຂະແໜງການຂັ້ນເມືອງ ຂະແໜງການຂັ້ນແຂວງ ທີ່ກ່ຽວຂ້ອງ ໃນການວາງແນວທາງແກ້ໄຂບັນຫາຜົນກະທົບຂອງການປະກອບການທຸລະກິດຈຸດບ່ອນລານພັກແຮ່ ຕໍ່ບັນຫາສິ່ງແວດລ້ອມ ແລະ ສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ທ່າພະບາດ ໄດ້ລາຍງານສະພາບໂດຍລວມຂອງຈຸດພັກແຮ່ເຂດບ້ານປ່າໄລ່ ແລະ ຫ້ວຍເລິກ ໄດ້ມີ 3 ບໍລິສັດ ມີລົດຂົນສົ່ງແຮ່ເຫຼັກຫຼາຍກວ່າ 827 ຄັນ ເຊິ່ງໄດ້ເຮັດໃຫ້ເກີດມີບັນຫາສະພາບການຈະລາຈອນເຂດບ້ານດັ່ງກ່າວມີຄວາມແອອັດ, ບັນຫາຂີ້ຝຸ່ນ, ການຈັດການການຂົນສົ່ງເຂົ້າຈຸດພັກແຮ່ ແລະ ຂົນແຮ່ອອກ ຍັງບໍ່ທັນເປັນລະບຽບດີ ແລະ ບັນຫາອື່ນໆ.

ໃນທີ່ປະຊຸມ ຍັງໄດ້ຮັບຟັງ ການລາຍງານ ບາງທັດສະນະຂອງເມືອງໃນການຄົ້ນຄວ້າແກ້ໄຂບັນຫາຕໍ່ໜ້າ ພ້ອມທັງປະກອບຄໍາຄິດຄຳເຫັນຂອງຜູ້ເຂົ້າຮ່ວມ.

ທ່ານ ສົມສົດ ແສງອາພອນ ໄດ້ສັງລວມເອົາຄໍາຄິດຄໍາເຫັນຂອງບັນດາຕ່າງໜ້າຂອງພະແນກການຂັ້ນແຂວງ ແລະ ຂະແໜງການຂັ້ນເມືອງ ປະກອບໃສ່ເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ທ່ານ ຍັງໄດ້ເນັ້ນໜັກໃຫ້ບັນດາຫ້ອງການທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເຄື່ອນໄຫວແກ້ໄຂ ລົງຈັດຕັ້ງປະຕິບັດຕາມຫຼັກການ ໂດຍອີງໃສ່ລະບຽບກົດໝາຍ ດ້ວຍຄວາມໂປ່ງໃສ່ ແລະ ຍຸຕິທໍາ.

About admin11