ເຈົ້າແຂວງບໍລິຄຳໄຊ ເຂົ້າຮ່ວມບຸນກະຖິນສາມັກຄີ ວັດພະບາດໂພນສັນ ເມືອງທ່າພະບາດ

ໃນຕອນບ່າຍຂອງວັນທີ 16 ທັນວາ 2023 ກົງກັບມື້ຂຶ້ນ 4 ຄໍ່າເດືອນ 1 ລາວ ພສ 2566 ຢູ່ວັດພະບາດໂພນສັນ ເມືອງທ່າພະບາດ ທ່ານ ກອງແກ້ວ ໄຊສົງຄາມ ພ້ອມດ້ວຍການນຳຂອງແຂວງ, ຂອງເມືອງ ພ້ອມດ້ວຍຊາວພຸດທະສານິກະຊົນ ຊາວແຂວງບໍລິຄຳໄຊ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມໂມທະນາທານ ກອງກະຖິນສາມັກຄີ ເພື່ອສົມທົບທຶນສ້າງຮູບປັ້ນພຣະຍານາກ ແລະ ພະພຸດທະຮູບໃຫຍ່ ຢູ່ທີ່ວັດນາຄານິມິດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ພ້ອມນັ້ນ ໃນເວລາ 17:00 ໂມງແລງ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ເຂົ້າຮ່ວມພິທີສູດປະຣິຕະ ມຸງຄຸນ ຕາມພິທີທາງສາສະໜາ ຕື່ມອີກ. ສຳລັບໃນວັນອາທິດ ທີ 17 ທັນວາ 23 ກົງກັບມື້ຂຶ້ນ 5 ຄ່ຳເດືອນ 1 ລາວ ພສ 2566 ໃນຕອນເຊົ້າ ເວລາ 7:00 ໂມງຈະໄດ້ມີພິທີໃສ່ບາດຖວາຍສັງກະທານແດ່ພຣະພິຂຸສົງ ຫຼັງຈະສຳເລັດພິທີຕັກບາດແລ້ວ ຈະໄດ້ແຫ່ກອງກະຖິນ ແລະ ເຄື່ອງໄຊຍະທານ ຈາກວັດພະບາດໂພນສັນ ໄປຖວາຍ ຢູ່ວັດນາຄານິມິດໂພນສັນ.

ໃນພິທີຊາວພຸດທະສານິກະຊົນ ໄດ້ຮ່ວມໃຈກັນປະກອບສ່ວນໂມທະນາທານຢູ່ຫຼວງຫຼາຍ ເປັນຕົ້ນບໍລິສັດວັນນະແສງການຄ້າ ຈຳກັດ ໂມທະນາທານ ຈຳນວນເງິນ 100 ລ້ານກີບ, ບໍລິສັດ ເອັມເຄພີ (MKP) ແຮ່ຊາຍ ແລະ ສວນຢາງພາລາ 50 ລ້ານກີບ, ບໍລິສັດສຸດໃຈພາໂຊກລວຍຊັບຂົນສົ່ງ 24 ລ້ານກີບ, ບໍລິສັດທານສະປອດ 20 ລ້ານກີບ, ບໍລິສັດບີເອັມ ທີທີ (BM TT) ພາວເວີ່ 10 ລ້ານກີບ, ພະນັກງານກໍ່ສ້າງຮາກຖານຂອງແຂວງ ປະຈຳເມືອງທ່າພະບາດ 8 ລ້ານກີບ, ເງິນລວມວັດພະບາດໂພນສັນ 22 ລ້ານກວ່າກີບ, ຄະນະ ອພສ ເມືອງທ່ານພະບາດ 12 ລ້ານກວ່າກີບ, ຮ້ານຂາຍລົດພິມມະສອນ 5 ລ້ານກີບ, ຮ້ານຂາຍລົດອຸດົມພິມມະສອນ 5 ລ້ານກີບ, ບໍລິສັດພີບີ (PB) ກໍ່ສ້າງຄົບວົງຈອນ 5 ລ້ານກີບ, ເມືອງປາກຊັນ 3 ລ້ານກີບ ແລະ ພາກສ່ວນອື່ນໆ.

About admins16