ຜົນງານການພັດທະນາ ຂອງອົງຄະນະພັກແຂວງບໍລິຄຳໄຊ 1986-1993

ກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ II ໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງ ໃນວັນທີ  4-6 ທັນວາ 1993  ໂດຍການເປັນ ປະທານຂອງ ທ່ານ ພົນໂທ ນະຄອນ ສີຊານົນ ກຳມະການສູນກາງພັກ, ເລຂາພັກແຂວງ ປະທານປົກຄອງແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ ຫົວຫນ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊູມໄດ້ຕີລາຄາວ່າ:  ການຜະລິດຍັງຢູ່ໃນຮູບແບບທໍາຊາດຍັງກວມ 85% ແຕ່ຮູບແບບການຜະລິດເພີ່ມຂື້ນ ຖ້າທຽບໃສ່ ປີ 1986 ເພີ່ມຂຶ້ນ 3.118 ໂຕນ, ສະເລ່ຍໃສ່ພົນລະເມືອງຜູ້ຫນຶ່ງໄດ້ຮັບເຂົ້າກິນ 301 ກິໂລຕໍ່ປີ, ເນື້ອທີ່ນາເພີ່ມຂຶ້ນ 36.7% ເນື້ອທີ່ໄຮ່ໄດ້ຫຼຸດລົງ 5.53%, ການລ້ຽງສັດຂອງປະຊາຊົນເປັນຕົ້ນ: ງົວ, ຄວາຍ, ຫມູ ເພີ່ມຂຶ້ນ 20,69%, ສັດປີກ 20.87% ເມື່ອທຽບໃສ່ປີ 1986 ແລະ ໄດ້ລົງທຶນກໍ່ສ້າງຊົນລະປະທານຂະຫນາດນ້ອຍ ແລະ ກາງ ໄດ້ 16 ແຫ່ງ ເຊັ່ນ: ນໍ້າຂຽວ ເມືອງຄໍາເກີດ, ນໍ້າຢ້າງ ເມືອງວຽງທອງ, ອ່າງຫ້ວຍສຽດ, ອ່າງນໍ້າບຶງ, ຫ້ວຍເຜີ້ງ, ຫ້ວຍທົ່ງ, ຫນອງຫົນ, ຫຼັກ 18, ນໍ້າທີ ແລະ ຈຸດອື່ນໆ.

ວຽກງານເສດຖະກິດ

ດ້ານອຸດສະຫະກໍາ-ຫັດຖະກໍາປຸງແຕ່ງ ມີການຂະຫຍາຍຕົວ, ເທດສະບານແຂວງໄດ້ນໍາໃຊ້ກະແສໄຟຟ້າດ້ວຍເຄື່ອງຈັກ, ມີເຕົາດິນຈີ່ 8 ແຫ່ງ, ໂຮງເລື່ອຍ 05 ແຫ່ງ, ໂຮງຊອຍ, ເຟີນີເຈີ 6 ແຫ່ງ, ຫັດຖະກໍາຕໍ່າຫູກທໍໄໝໄດ້ຮັບການສົ່ງເສີມໃຫ້ມີການຂະຫຍາຍຕົວ.

ດ້ານການຄ້າ ແລະ ການບໍລິການ ກໍ່ໄດ້ຂະຫຍາຍໄປສູ່ຊົນນະບົດ ແລະ ພູດອຍ, ໃນນັ້ນຮ້ານຂາຍຍ່ອຍ 1.007 ຮ້ານ ເພີ່ມຂຶ້ນ 72.19%

ດ້ານການເງິນ ປະຕິບັດກົນໄກຄຸ້ມຄອງເສດຖະກິດແບບໃໝ່, ແຍກສອງພາລະບົດບາດຄຸ້ມຄອງມະຫາພາກ ແລະ ຈຸລະພາກ, ຄຸ້ມຄອງການເງິນແບບລວມສູນ, ຫັນບັນດາເສດຖະກິດຂອງລັດ, ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ, ໄປສູ່ຮູບການກໍາມະສິດອື່ນ ແລະ ສາມາດປະຕິບັດລາຍຮັບໄດ້ 2.086 ຕື້ກີບ ເທົ່າ 130,41% ຂອງແຜນການ ໃນນັ້ນຮັບຈາກການຂາຍໄມ້ ກວມ 69.1%

 ດ້ານວຽກງານ ວັດທະນະທຳ-ສັງຄົມ:

ວຽກງານການສຶກສາ: ກໍ່ເລີ່ມມີການຂະຫຍາຍຕົວກ້າວຂື້ນ ໃນທົ່ວແຂວງມີໂຮງຮຽນ: 345 ແຫ່ງ ທຽບໃສ່ປີ 1986 ໄດ້ເພີ່ມຂຶ້ນ 11,29%, ໃນໂຮງຮຽນບໍາລຸງເພີ່ມຂຶ້ນ 400% ເພາະໃນໄລຍະນີ້ພັກ ແລະ ລັດຖະບານ ໄດ້ເລັ່ງໃສ່ການແກ້ໄຂສະພາບການກືກໜັງສືຂອງປະຊາຊົນບັນດາເຜົ່າ, ໂຮງຮຽນອະນຸບານ ເພີ່ມຂຶ້ນ 133,33%, ໂຮງຮຽນປະຖົມ ເພີ່ມຂຶ້ນ 9,44%, ມັດທະຍົມເພີ່ມຂຶ້ນ 75%, ອຸດົມເພີ່ມຂຶ້ນ 100%, ມີນັກຮຽນທັງຫມົດ 30,600 ຄົນ ເພີ່ມຂຶ້ນ 64,86%. ນອກຈາກນັ້ນ ຍັງລົບລ້າງການກືກຫນັງສື ໃຫ້ປະຊາຊົນບັນດາເຜົ່າ ຈໍານວນ 9,756 ຄົນ, ປະກາດບ້ານຈົບຂັ້ນປະຖົມບຳລຸງ 82 ບ້ານ ແລະ 3 ຕາແສງ. ຈັດຕັ້ງບໍາລຸງວັດທະນະທໍາ ໃຫ້ພະນັກງານຈົບຊັ້ນປະຖົມ 417 ຄົນ, ມັດທະຍົມ 243 ຄົນ, ອຸດົມ 177 ຄົນ. ປັບປຸງໂຮງຮຽນປ່າໄມ້, ໂຮງຮຽນສ້າງແພດ, ສ້າງຄູ, ຍົກລະດັບພະນັກງານຄູໃຫ້ມີຄຸນນະພາບ,  ດ້ານກິລາກາຍະກໍາ ກໍ່ພຽງມີການລິເລີ່ມມີໜໍ່ແໜງ, ຍັງບໍທັນໄດ້ຮັບການພັດທະນາຢ່າງກວ້າງຂວາງເທື່ອ.

ດ້ານສາທາລະນະສຸກ: ນອກຈາກໂຮງໝໍແຂວງ ແລະ ເມືອງທີ່ມີແລ້ວ ແຂວງບໍລິຄຳໄຊ ຍັງໄດ້ເອົາໃຈໃສ່ຍົກລະດັບທາງດ້ານວິຊາການ ແລະ ການບໍລິການໃຫ້ດີຂື້ນຕາມລຳດັບ ພ້ອມທັງຂະຫຍາຍສຸກສາລາເພີ່ມຂື້ນຈາກ 10 ແຫ່ງມາເປັນ 23 ແຫ່ງ, ຮ້ານຂາຍຢາ 62 ຮ້ານ, ນອກນັ້ນຍັງໄດ້ຍາດແຍ່ງເອົາທຶນຊ່ວຍເຫຼືອນໍາອົງການຈັດຕັ້ງສາກົນ, ສ້າງນ້ໍາລິນ, ນ້ໍາສ້າງໃຫ້ປະຊາຊົນ ໄດ້ 71 ແຫ່ງ, ປະຊາຊົນແຕ່ລະບ້ານສ່ວນຫຼາຍນໍາໃຊ້ວິດຖ່າຍ, ຍ້າຍຄອກສັດອອກຈາກກ້ອງລ່າງເຮືອນ, ດື່ມນໍາ້ຕົ້ມ ນອນໃນມຸ້ງ, ເບິ່ງແຍງແມ່ ແລະ ເດັກ, ຕ້ານໄດ້ການລະບາດຂອງໄຂ້ເລືອດອອກ, ມະເລເລຍ, ທ້ອງບິດ ແລະ ອື່ນໆ.

ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ໄດ້ສົ່ງເສີມ ແລະ ຂະຫຍາຍມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນແຕ່ລະຊົນເຜົ່າ, ປະຕິສັງຂອນ ປົກປັກຮັກສາອະລິຍະທໍາຂອງຊາດ ເປັນຕົ້ນວັດຖຸບູຮານ, ວັດວາອາຮາມ, ສະຖານທີ່ປະຫວັດສາດ, ບູຮານສະຖານເປັນຢ່າງດີ ແລະ ໄດ້ສ້າງລະບົບໂທລະໂຄ່ງ 500 ໂວນ 1 ແຫ່ງ, ໄດ້ເປີດບໍລິການອອກຂ່າວຢູ່ພາຍໃນເທດສະບານແຂວງ ແລະ ລາຍງານຂ່າວໃຫ້ສູນການໄດ້ຢ່າງປົກກະຕິ, ການບໍລິການທ່ອງທ່ຽວພາຍໃນແຂວງກໍໄດ້ມີໜໍ່ແໜງເປັນຕົ້ນ: ວັດພະບາດໂພນສັນ, ຕາດເລິກ ຢູ່ເມືອງທ່າພະບາດ, ວັດດານ, ຖໍ້າແຖບ ເມືອງປາກຊັນ, ເຂດຫຼັກຊາວ ເມືອງຄໍາເກີດ.

ວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມ. ປະຕິບັດນະໂຍບາຍຢ່າງສົມເຫດສົມຜົນຕໍ່ພະນັກງານບໍານານ, ຜູ້ເສຍອົງຄະ, ຄອບຄົວຜູ້ເສຍສະຊີວິດ ເພື່ອພາລະກິດປະຕິວັດ, ຜູ້ສຸຂະພາບອ່ອນເພຍ, ຜູ້ອອກສ້າງເສດຖະກິດຄອບຄົວ, ປະຊາຊົນຜູ້ຖືກອັກຄີໄພ, ໄພທໍາມະຊາດ, ຜູ້ຖືກເຄາະຮ້າຍ ສັດຕູທໍາລາຍຄົນພິການ, ເດັກກໍາພ້າກໍາພອຍ ແລະ ຊາວອົບພະຍົບ ທີ່ກັບຄືນປະເທດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງທ້ອງຖິ່ນໃຫ້ເຂົາເຈົ້າຢ່າງມີຄວາມອົບອຸ່ນ.

ວຽກງານພັກ-ພະນັກງານ ແຂວງພວກເຮົາກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງພັກທົ່ວແຂວງມີ 143 ຫນ່ວຍພັກ, ຫນ່ວຍຊົນນະບົດ 53,14%, ໃນນັ້ນມີ ຫນ່ວຍພັກແຂງ 7,69%, ກາງ 83,91%, ອ່ອນ 8,3% ແລະ ມີສະມາຊິກພັກ 1.778 ສະຫາຍ, ສະມາຊິກພັກເພີ່ມຂຶ້ນ 57,62%, ຂະຫຍາຍໃຫມ່ 23,69%, ສະມາຊິກພັກດີເດັ່ນກວມ 22,21%, ກາງ 41,39%, ອ່ອນ 17,37%, ບໍ່ໄດ້ແບ່ງ ປະເພດ 19%, ລົບລ້າງບ້ານຂາວໄດ້ 70,82%, ດ້ານບຸກຄະລະກອນ ທົ່ວແຂວງມີພະນັກງານ 2.920 ຄົນ, ຊັ້ນສູງ 8,56%, ຊັ້ນກາງ 27,56%, ຊັ້ນຕົ້ນ 47,88%, ບໍ່ມີຊັ້ນ 16%, ທຽບໃສ່ປີ 1986 ພະນັກງານບໍລິຫານໄດ້ຫຼຸດລົງ 3,43% ພະນັກງານ ວິຊາສະເພາະເພີ່ມຂຶ້ນ 8%.

ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ເຕົ້າໂຮມຄວາມສາມັກຄີເຜົ່າຊົນ, ຊັ້ນຄົນປັນຍາຊົນຕ່າງໆ ຕະຫຼອດຮອດອົງການສາສະຫນາ, ເສີມຂະຫຍາຍສິດເປັນເຈົ້າປະເທດຊາດ ແລະ ສິດປະຊາທິປະໄຕ ປະຊາຊົນ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຊາວຫນຸ່ມ, ແມ່ຍິງ, ກໍາມະບານ ໄດ້ເປັນເຈົ້າການບູລະນະກົງຈັກການຈັດຕັ້ງຂອງຕົນ ເຮັດໃຫ້ການຈັດຕັ້ງນັບມື້ນັບເຂັ້ມແຂງ ປະກອບສ່ວນເຂົ້າເປັນທະຫານພັນທະ 56,53% ຂອງຊາວຫນຸ່ມທັງຫມົດ.

ສະພາປະຊໍາຊົນ ອົງການຕຸລາການ ໄດ້ນໍາເອົາລັດຖະທໍາມະນູນ ລະບຽບກົດຫມາຍ, ຮັບຮູ້ຄວາມຄິດເຫັນ ແລະ ຄວາມມຸ່ງມາດປາດຖະຫນາ, ຄວາມຂັດຂ້ອງຫມອງໃຈ, ຮັບເອົາຄວາມຮ້ອງທຸກຂອງປະຊາຊົນ ໃຫ້ອົງການກ່ຽວຂ້ອງ ພິຈາລະນາແກ້ໄຂ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

ວຽກງານກໍ່ສ້າງຮາກຖານການເມືອງ. ພວກເຮົາໄດ້ຫັນເອົາພະນັກງານ, ລັດຖະກອນ, ສະມາຊິກພັກ ກໍາລັງປະກອບ ອາວຸດອ້ອມຂ້າງແຂວງ ແລະ ເມືອງ ສົມທົບກັບກໍາລັງຂອງສູນກາງ ລົງກໍ່ສ້າງຮາກຖານ ຕິດພັນກັບການພັດທະນາ ຊົນນະບົດຮອບດ້ານ ໃນນັ້ນໄດ້ສຸມໃສ່ 8 ຕາແສງ ເມືອງປາກຊັນ ແລະ 1 ຕາແສງ ເມືອງບໍລິຄັນ. ສຶກສາອົບຮົມ ປຸກລະດົມການ ເມືອງ-ແນວຄິດ ຂອງປະຊາຊົນບັນດາເຜົ່າ ປັບປຸງຫນ່ວຍພັກ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນບ້ານ ຕິດພັນກັບຂະບວນການສ້າງສະຫນາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນຂອງປວງຊົນ, ຊຸກຍູ້ພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ໃຫ້ມີການກ້າວຂື້ນ.

ກຳໜົດຄາດໝາຍສູ້ຊົນ ເພື່ອພັດທະນາແຂວງບໍລິຄຳໄຊ ແຕ່ປີ 1993 ຫາ 1998

  1. ຕັ້ງຫນ້າປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ເດັດດ່ຽວປົກປັກຮັກສາຄວາມກໍ່ຄວາມວຸ້ນວາຍຂອງຄົນບໍ່ດີກໍ່ຄວາມບໍ່ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສະກັດກັ້ນທຸກກົນອຸບາຍການຫັນປ່ຽນໂດຍສັນຕິ.
  2. ຕັ້ງຫນ້າພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ນັບມື້ນັບດີຂຶ້ນ, ຫັນປ່ຽນເສດຖະກິດທໍາມະຊາດ, ເຄີ່ງທໍາມະຊາດ ໄປສູ່ເສດຖະກິດສິນຄ້າເທື່ອລະກ້າວ, ກ່ອນອື່ນຫມົດແມ່ນເອົາໃຈໃສ່ຂົງເຂດກະສິກໍາ-ປ່າໄມ້, ເພື່ອໃຫ້ແຂວງສາມາດເພີ່ງຕົນເອງ, ອີງໃສ່ຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນຕົ້ນທາງດ້ານສະບຽງອາຫານຕ້ອງໃຫ້ມີສ່ວນແຮໄວ້ ແລະ ເປັນສິນຄ້າ, ພ້ອມກັນນັ້ນ ກໍເອົາໃຈໃສ່ປັບປຸງ ແລະ ຂະຫຍາຍການບໍລິການ, ການຫັດຖະກໍາ, ການກໍ່ສ້າງພື້ນຖານອຸດສາຫະກໍາ ເປັນຕົ້ນແມ່ນໄຟຟ້າ, ອຸດສາຫະກໍາປຸງແຕ່ງ ແລະ ອື່ນໆ.
  1. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ດ້ວຍການເອົາໃຈໃສ່ສຶກສາອົບຮົມ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ກວ້າງຂວາງ.
  2. ສືບຕໍ່ພົບພັນຮ່ວມມືກັບຕ່າງປະເທດ ແລະ ບັນດາອົງການການຈັດຕັ້ງສາກົນ, ດຶງດູດເອົາການຊ່ວຍເຫຼືອທາງດ້ານ ວັດຖຸ, ທຶນຮອນ, ວິທະຍາສາດເຕັກນິກທີ່ກ້າວຫນ້າ ເພື່ອພັດທະນາເສດຖະກິດສັງຄົມຂອງແຂວງເຮົາ.

ເພື່ອບັນລຸທິດທາງຫນ້າທີ່ລວມຂ້າງເທິງ, ພວກເຮົາຕ້ອງກໍາແຫນ້ນທັດສະນະຍຸດທະສາດທີ່ເປັນພື້ນຖານຂອງພັກ, ແລ້ວຫັນແນວທາງນະໂຍບາຍຂອງພັກໃຫ້ເປັນແຜນການ, ໂຄງການລະອຽດ ແລະ ມີຈຸດຫມາຍສູ້ຊົນຂອງແຕ່ລະຂົງເຂດວຽກງານ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງແຂວງ.

 ຈຸດຫມາຍສູ້ຊົນໃນແຕ່ລະດ້ານ.

ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

  1. ເອົາໃຈໃສ່ປັບປຸງ ແລະ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃຫ້ເປັນໂຄງການ ແລະ ແຜນການລະອຽດຕົວຈິງ, ເຝິກອົບຮົມໃຫ້ເຊື່ອມຊຶມ ແລະ ປະຕິບັດແນວທາງຂອງພັກຢ່າງຕັ້ງຫນ້າ ມີສະຕິລະວັງສູງ, ເດັດດ່ຽວທັບມ້າງທຸກກົນອຸບາຍການເຄື່ອນໄຫວມ້າງເພທໍາລາຍພວກເຮົາຂອງກຸ່ມຄົນບໍ່ດີ.
  2. ສືບຕໍ່ຫັນລົງຮາກຖານ, ສ້າງທ່າສະຫນາມປ້ອງກັນຊາດ-ປ້ອງກັນຄວາມຫງົບທົ່ວປວງຊົນ, ຕິດພັນກັບການປະຕິບັດໂຄງການພັດທະນາຊົນນະບົດ ແລະ ບັນດາໂຄງການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສ້າງຮາກຖານເຂັ້ມແຂງຮອບດ້ານ, ສ້າງກໍາລັງກອງຫຼອນໃຫ້ກາຍເປັນກໍາລັງເຂັ້ມແຂງ, ສ້າງຮາກຖານໃຫ້ເປັນຫົວຫນ່ວຍເອກະລາດໃນການສູ້ຮົບ ແລະ ການຜະລິດ. ສ້າງບ້ານເປັນບ້ານປ້ອມຫມັ້ນສູ້ຮົບ.
  3. ທຸກກົມກອງຕ້ອງປະຕິບັດ 3 ຫນ້າທີ່ 4 ການພົວພັນໃຫ້ດີກວ່າເກົ່າ ເອົາໃຈໃສ່ບັນຫາການເມືອງ-ແນວຄິດ, ການຈັດຕັ້ງໃຫ້ມີຄວາມປອດໃສ ແລະ ມີຄຸນນະພາບດີ, ເປັນເຈົ້າການເຄື່ອນໄຫວສະກັດກັ້ນການຂ້າມລອຍຂອງສັດຕູ ແລະ ທັບ ມ້າງເຮືອນຮັງຂອງພວກກອງປຸ້ນຢູ່ເຂດພູດອຍ.
  4. ປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບຢ່າງຖືກຕ້ອງ, ມີແຜນການປຸກລະດົມທຸກກົມກອງ ອອກແຮງງານເພີ່ມພູນຜະລິດຜົນ, ເພື່ອສ້າງພະລາທິການກັບທີ່, ແນໃສ່ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ. ມີແຜນປຸກລະດົມປະຊາຊົນແຕ່ລະຄອບຄົວ ແຕ່ລະບ້ານປະຕິບັດນະໂຍບາຍຕໍ່ອ້າຍນ້ອງກອງຫຼອນ, ປກສ ບ້ານ, ປະຕິບັດນະໂຍບາຍຕໍ່ພະນັກງານ, ທະຫານຖືກບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ.

ວຽກງານການພັດທະນາເສດຖະກິດ.

  1. ການຜະລິດກະສິກໍາ-ປ່າໄມ້.

ສູ້ຊົນເຮັດໃຫ້ການຜະລິດກະສິກໍາແຕ່ລະດ້ານເພີ່ມຂຶ້ນ, ສຸມໃສ່ແກ້ໄຂບັນຫາການຜະລິດສະບຽງອາຫານ, ຕົ້ນຕໍ ແມ່ນເລັ່ງໃສ່ການປູກເຂົ້າ ແລະ ພືດກະສິກໍາໃຫ້ກາຍເປັນສິນຄ້າ ຜະລິດເຂົ້າໃຫ້ໄດ້ 3,16 ໂຕນ ຕໍ່ເຮັກຕາ, ຫຼຸດຜ່ອນເນື້ອທີ່ ເຮັດໄຮ່, ໃນລະດັບ 3-4% ຕໍ່ປີ, ຮອດປີ 1998 ຜະລິດເຂົ້າໃຫ້ໄດ້ 71.020 ໂຕນ ສະເລ່ຍຜູ້ຫນຶ່ງໃຫ້ໄດ້ເຂົ້າເປືອກ 400 ກິ ໂລກລາມ ຕໍ່ປີ.

– ເອົາໃຈໃສ່ບຸກເບີກເນື້ອທີ່ນາ, ຟື້ນຟູນາເຮື້ອ, ເຮັດນາແຊງ ແລະ ນາປີ, ຊຸກຍູ້ການເຮັດນາແບບກະເສດສຸມແບບ ງ່າຍດາຍ. ຮອດປີ 1998 ໃຫ້ມີເນື້ອທີ່ນາ 17.771 ເຮັກຕາ, ການຜະລິດນາແຊງແມ່ນເລັ່ງໃສ່ ເມືອງຄໍາເກີດ, ວຽງທອງ, ເມືອງປາກຊັນ.

– ສຸມທຶນເຂົ້າໃສ່ການກໍ່ສ້າງ, ສ້ອມແປງຊົນລະປະທານ, ປົກປັກຮັກສາ ແລະ ນໍາໃຊ້ຊົນລະປະທານທີ່ມີແລ້ວໃຫ້ມີ ປະສິດທິຜົນດີ, ດໍາເນີນການກໍ່ສ້າງຊົນລະປະທານ ທີ່ໄດ້ສໍາຫຼວດອອກແບບແລ້ວໃຫ້ໄດ້ 3 ແຫ່ງ ຄື: ນໍ້າກາບ, ນໍ້າກວົະ ແລະ ຄອງເຫມືອງນໍ້າຢ້າງ.

– ສົ່ງເສີມການບໍລິການ ແລະ ຊຸກຍູ້ປະຊາຊົນປູກພືດຊະນິດຕ່າງໆ ເປັນສິນຄ້າຖືກຕ້ອງກັບຄວາມຕ້ອງການຂອງ ຕະຫຼາດພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ: ປູກປໍແກ້ວ, ຫມາກງິ້ວ, ຢາສູບ, ຖົ່ວຂຽວ, ສາລີ, ຫມາກເດັ່ນ, ຫມາກແຕງ, ຫມາກນັດ, ປະເພດພືດໃຫ້ໃບໃຫ້ຢາ ແລະ ອຶ່ນໆ ໂດຍເລັ່ງໃສ່ບັນດາບ້ານລຽບຕາມແຄມແມ່ນໍ້າຂອງ ແລະ ເຂດທົ່ງພຽງ ເຊັ່ນ: ເມືອງທ່າພະບາດ, ເມືອງປາກຊັນ, ເມືອງປາກກະດິງ ແລະ ເມືອງບໍລິຄັນ.

– ຂະຫຍາຍການລ້ຽງສັດທຸກປະເພດ ໂດຍເລັ່ງໃສ່ແຕ່ລະຄອບຄົວຂອງຊາວກະສິກອນເປັນຕົ້ນຕໍ ໃຫ້ກາຍເປັນລາຍ ຮັບເສດຖະກິດຄອບຄົວ ແລະ ເປັນສິນຄ້າຂາອອກ, ເລັ່ງໃສ່ບາງເຂດ ຄື: ເຂດນາກະທາດ, ຫນອງຍຸງ ( ເມືອງປາກຊັນ ), ທົ່ງ ດານກົກແສນ ( ເມືອງປາກດິງ ) ເຂດໂພນຄໍາ, ສົບຂົມ ( ເມືອງຄໍາເກີດ ) ເຂດສາມສອກ ( ເມືອງວຽງທອງ), ທົ່ງຄາ ( ເມືອງບໍລິຄັນ ); ເອົາໃຈໃສ່ບໍາລຸງ, ສ້າງພະນັກງານສັດຕະວະແພດ ເພື່ອຮັບໃຊ້ໃນການລ້ຽງສັດ.

– ປ່າໄມ້: ຕ້ອງຮີບຮ້ອນຈັດສັນປ່າໄມ້ໃຫ້ຈະແຈ້ງ ເຊັ່ນ: ເຂດປ່າສະຫງວນ, ປ່າຫວງຫ້າມ, ປ່າຟື້ນຟູ, ປ່າຜະລິດ, ປ່າ ໄມ້ທຸລະກິດ, ຢ່າຍອດນໍ້າ ແລະ ອຶ່ນໆ. ກໍ່ສ້າງພະນັກງານປ່າໄມ້ໃຫ້ແຕ່ລະບ້ານ ຮອດປີ 1998 ໃຫ້ໄດ້ 70%.

– ດໍາເນີນການອອກໃບຕາດິນ-ມອບດິນ ມອບປ່າໃຫ້ບ້ານ, ໃຫ້ຄອບຄົວປະຊາຊົນ, ກໍານົດຜົນປະໂຫຍດອັນເຫມາະສົມ.

– ຕ້ອງສູ້ຊົນຫຼຸດຜ່ອນການຖາງປ່າເຮັດໄຮ່ໃຫ້ມີຕົວເລກຫຼຸດລົງ ຄຽງຄູ່ກັບການບົວລະບັດຮັກສາປ່າທໍາມະຊາດ ຕ້ອງປູກໄມ້ໃຫ້ເປັນປ່າ, ຮີບຮ້ອນຈັດສັນອາຊີບ ແລະ ພູມລໍາເນົາຄົງທີ່ໃຫ້ ປະຊາຊົນພູດອຍ.

ຖືເອົາການພັດທະນາຊົນນະບົດຮອບດ້ານ, ການຜະລິດອຸດສາຫະກໍາ-ຫັດຖະກໍາ: ສົ່ງເສີມຫັດຖະກໍາທີ່ເປັນມູນເຊື້ອຂອງປະຊາຊົນເຜົ່າຕ່າງໆ ເຊັ່ນ: ຕໍ່າຫູກ, ທໍ ໄຫມ, ຕີເງິນ, ຄໍາ, ຄວັດລາຍ, ຈັກສານ, ຜະລິດເຄື່ອງທີ່ລະນຶກ, ຜະລິດຕະພັນໄມ້ປ່ອງ, ຫວາຍ, ໄມ້ແກະສະຫຼັກ, ປັ້ນຫມໍ້ ຫຼໍ່ ໄຫ ແລະ ອຶ່ນໆ.

  1. ວຽກງານຄົມມະນາຄົມຂົນສົ່ງ-ໄປສະນີ ແລະ ກໍ່ສ້າງ.

ຄົມມະນາຄົມ: ສືບຕໍ່ສ້ອມແປງ ແລະ ປົກປັກຮັກສາເສັ້ນທາງບົກ ແລະ ທາງນໍ້າໃຫ້ດີຂຶ້ນ ຊຸກຍູ້ປະຊາຊົນສ້ອມແປງທາງຊອຍ ແລະ ເສັ້ນທາງລະຫວ່າງບ້ານຕໍ່ບ້ານ ເພື່ອຮັບປະກັນໃຫ້ການສັນຈອນ ດໍາເນີນການກໍ່ສ້າງເສັ້ນທາງແຕ່ເມືອງເກົ່າ ຫາ ຕາແສງຜາເມືອງ ຫາຕາແສງເມືອງບໍ່, ແຕ່ຫຼັກຊາວ ຫາສົບຂົມ, ແຕ່ປາກກະດິງ ຫາ ບ້ານນານໍ້າ, ແຕ່ຜາເມືອງ ຫານາກຸນ, ສໍາຫຼວດອອກແບບທາງນໍ້າ ແຕ່ສົບຂົມ ຫາ ໂພສີ, ຍົກລະດັບທາງປູຢາງໃນເທດສະບານແຂວງ ແລະ ເມືອງປາກຊັນ.

– ວຽກຂົນສົ່ງ: ເພີ່ມທະວີການຄຸ້ມຄອງ ແລະ ນໍາໃຊ້ພາຫະນະຂົນສົ່ງທາງບົກ-ທາງນໍ້າ, ຊຸກຍູ້ ອໍານວຍຄວາມສະດວກໃນ ການຂົນສົ່ງໂດຍສານ ລະຫວ່າງຕົວເມືອງ – ຊົນນະບົດໃຫ້ດີຂຶ້ນກວ່າເກົ່າ, ປຸກລະດົມນໍາໃຊ້ພາຫະນະພື້ນເມືອງ ເຊັ່ນ: ລໍ້, ກວຽນ, ມ້າ ແລະ ອຶ່ນໆ ເຂົ້າໃນການຈາລະຈອນ,

– ໄປສະນີ: ເອົາໃຈໃສ່ຂະຫຍາຍໄປສະນີຢູ່ຂັ້ນເມືອງ ເພື່ອຮັບປະກັນການຕິດຕໍ່ສື່ສານໃຫ້ຊັດເຈນ, ທັນເວລາ, ສ້າງ ຄວາມສະດວກສະບາຍ ໃນການຕິດຕໍ່ພົວພັນລະຫວ່າງແຂວງກັບເມືອງ, ແຂວງກັບສູນກາງ ແລະ ຕ່າງປະເທດ, ສົມທົບກັບ ສູນກາງ ເພື່ອປັບປຸງກໍ່ສ້າງ ແລະ ຕິດຕັ້ງລະບົບໂທລະສັບທີ່ທັນສະໄຫມໃນເທດສະບານແຂວງ.

– ວຽກກໍ່ສ້າງ: ສືບຕໍ່ບຸກເບີກ, ຈັດສັນ, ສ້າງເທດສະບານແຂວງໃຫມ່, ສ້າງສໍານັກງານຫ້ອງການຕ່າງໆ ຂອງແຂວງ ແລະ ເມືອງ, ດໍາເນີນການສໍາຫຼວດ ແລະ ສ້າງເທດສະບານເມືອງປາກກະດິງ, ເມືອງວຽງທອງ, ເມືອງບໍລິຄັນ ແລະ ເມືອງທ່າພະບາດ. ເອົາໃສ່ໃຈຕ້ານຝຣັ່ງເຈື່ອນເຂດປາກນໍ້າຊັນ ລົງຫາປາກປຶງ

  1. ວຽກການຄ້າ ແລະ ທ່ອງທ່ຽວ.

ການຄ້າ: ພະຍາຍາມຊອກຕະຫຼາດຈໍາຫນ່າຍຜົນຜະລິດຂອງຊາວກະສິກອນ, ເອົາໃຈໃສ່ການບໍລິການສອງສົ້ນ ເພື່ອຊຸກຍູ້ການຜະລິດສິນຄ້າ, ເປີດກວ້າງການຊື້ຂາຍໃນເຂດຊົນນະບົດຫ່າງໄກ, ເຮັດໃຫ້ການຄ້າເສີມຂະຫຍາຍບົດບາດເຂົ້າໃນການພັດທະນາຊົນນະບົດຮອບດ້ານ, ດໍາເນີນການດັດສົມຕະຫຼາດ, ສະກັດກັ້ນການຄ້າຂາຍເຖື່ອນ, ພໍ່ຄ້າມືກາງ, ດໍາເນີນ ສັນຍາຊື້ – ຂາຍກັບບໍລິສັດພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ປັບປຸງ ການຄຸ້ມຄອງ ແລະ ການບໍລິການດ້ານທ່ອງທ່ຽວ, ຈັດສັນປັບປຸງບູລະນະແຫຼ່ງ ທ່ອງທຽວວັດທະນະທໍາ ແລະ ທ່ອງທ່ຽວແຫຼ່ງທໍາມະຊາດຢູ່ເຂດທີ່ມີ, ຂະຫຍາຍ ຕາຫນ່າງບໍລິການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ, ເຮືອນພັກ, ຮ້ານຄ້າຂາຍເຄື່ອງທີ່ລະນຶກ ແລະ ອຶ່ນໆ ເພື່ອດຶງດູດເອົານັກທ່ອງ ທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາໃຫ້ຫຼາຍຂຶ້ນ.

  1. ວຽກງານການເງິນ ແລະ ການທະນາຄານ.

ການເງິນ: ເພີ່ມແຫຼ່ງຫຼາຍຮັບພາຍໃນແຂວງ ເຂົ້າໃນງົບປະມານໃຫ້ໄດ້ຫຼາຍຂຶ້ນ, ຊອກໃຫ້ເຫັນແຫຼ່ງລາຍຮັບທີ່ຍັງ ເຊື່ອງຊ້ອນຢູ່. ຫຼຸດຜ່ອນ ຫຼື ປະຢັດລາຍຈ່າຍທີ່ບໍ່ຈໍາເປັນລົງ, ເອົາໃຈໃສ່ຄຸ້ມຄອງນໍາໃຊ້ທຶນຊ່ວຍເຫຼືອ, ກູຢືມຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ສຸມທຶນຮອນເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມ ເພື່ອເຮັດໃຫ້ການລົງທຶນຖືກເປົ້າຫມາຍ ແລະ ມີປະສິດທິຜົນສູງກວ່າເກົ່າ. ປັບປຸງ ແລະ ປະຕິບັດລະບົບພາສີ, ທີ່ດິນຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມລະບຽບກົດຫມາຍ.

ເອົາໃຈໃສ່ຄຸ້ມຄອງເງິນກີບ, ເງິນຕາຕ່າງປະເທດ, ການແລກຊື້ຂາຍວັດຖຸມີຄ່າ, ເພື່ອເຮັດໃຫ້ເງິນກີບມີຄວາມຫມັ້ນທ່ຽງ..

ການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນປະເທດເພື່ອນມິດ, ປະເທດໃກ້ຄຽງ ເຊັ່ນ: ແຂວງຮ່າຕິ່ງ ສ.ສ ຫວຽດນາມ, ແຂວງຫນອງຄາຍ ປະເທດໄທ ຕາມສັນຍາ ແລະ ບົດບັນທຶກຮ່ວມມື ທີ່ໄດ້ຕົກລົງນໍາກັນແລ້ວ ໃຫ້ປະກົດຜົນເປັນຈິງ,

  1. ວຽກງານສຶກສາ, ສາທາລະນະສຸກ ແລະ ວັດທະນະທໍາ-ສັງຄົມ.

ວຽກງານສຶກສາ: ແຕ່ນີ້ຮອດປີ 1998 ຕ້ອງສູ້ຊົນຈໍາກັດ ແລະ ຫຼຸດຜ່ອນຈໍານວນຄົນບໍ່ຮູ້ຫນັງສື ແລະ ກືກຫນັງສືຄືນໃຫມ່ ໃນຫມູ່ປະຊາຊົນ, ປະຕິບັດການສຶກສາຊັ້ນປະຖົມແບບບັງຄັບ, ລູກຫຼານປະຊາຊົນ ທີ່ຢູ່ໃນເກນອາຍຸໄວຮຽນ ຕ້ອງຊຸກຍູ້ ເຂົ້າໂຮງຮຽນ. ຂະຫຍາຍໂຮງຮຽນໄປຫາເຂດຊົນເຜົ່າຫ່າງໄກສອນຫຼີກເຊັ່ນ: ເມືອງຄໍາເກີດ, ວຽງທອງ, ບໍລິຄັນ ແລະ ຍົກສູງຄຸນນະພາບການສຶກສາໃຫ້ດີຂື້ນ ພ້ອມທັງປຸກລະດົມກິລາຂອງມະຫາຊົນຢ່າງກວ້າງຂວາງ ແລະ ເປັນຂະບວນ.

ວຽກງານສາທາລະນະສຸກ: ປັບປຸງຂະຫຍາຍວຽກງານສາທາລະນະສຸກ, ຮັກສາສຸຂະພາບ, ກັນພະຍາດລະບາດທີ່ ເປັນອັນຕະລາຍ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ, ຜູ້ທີ່ຂາດເຂີນມີລາຍໄດ້ຫນ້ອຍ ໄດ້ຮັບການບໍລິການດ້ານສາທາລະນະສຸກ ດ້ວຍການຂະຫຍາຍຕາຫນ່າງສາທາລະນະສຸກ ໄປສູ່ພື້ນຖານປະຊາຊົນ ເຂດຊົນນະບົດພູດອຍຫ່າງໄກສອກຫຼີກ, ສຸມໃສ່ປັບປຸງໂຮງຫມໍແຂວງ, ໂຮງຫມໍ ເມືອງ, ສຸກສາທາທີ່ມີແລ້ວໃຫ້ດີ, ທັງປັບປຸງຈັນຍາບັນ ທັດສະນະຄວາມຮັບຜິດຊອບແພດຫມໍໃຫ້ສູງ, ເປີດກວ້າງການນໍາໃຊ້ ຢາ ແລະ ບົດຮຽນການສຶກສາພະຍາບານແບບພື້ນເມືອງ ສົມທົບກັບຢາຫຼວງ ແລະ ການບໍລິການດ້ານການແພດ.

ວຽກງານຖະແຫຼງຂ່າວ-ວັດທະນະທຳ: ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາທີ່ດີງາມມີລັກສະນະຊາດ- ປະຊາຊົນ ມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງບັນດາເຜົ່າຕ່າງໆ, ພ້ອມທັງຂະຫຍາຍຕານ່າງຂໍ້ມູນຂ່າວສານໃຫ້ກວ້າງຂວາງ ລົງສູ່ຮາກຖານ, ທ້ອງຖີ່ນຢ່າງທົ່ວເຖີງ.

ວຽກງານແຮງງານ ແລະ ສະຫວັດດີການສັງຄົມປະຕິບັດນະໂຍບາຍອັນຖືກຕ້ອງ ແລະ ສົມເຫດສົມຜົນຕໍ່ຜູ້ມີ ຄຸນງາມຄວາມດີ, ຕໍ່ການປະຕິວັດ, ພະນັກງານອະວຸໂສບໍານານ, ຄອບຄົວຜູ້ເສຍສະຫຼະເພື່ອການປະຕິວັດ, ປະຕິບັດ ນະໂຍບາຍເງິນອຸດຫນູນ ແລະ ເງິນບໍານານໃຫ້ພະນັກງານເປັນປົກກະຕິ, ປະຕິບັດນະໂຍບາຍສົງເຄາະສັງຄົມຄອບຄົວທີ່ຖືກ ເຄາະຮ້າຍ ແລະ ອຸທົກກະໄພຕ່າງໆ ໃຫ້ທັນເວລາ.

  • . ລະບົບການເມືອງ.
  1. ປັບປຸງ ແລະ ເພີ່ມທະວີການນໍາພາຮອບດ້ານຂອງອົງຄະນະພັກ.

– ວຽກງານກໍ່ສ້າງພັກ: ກ່ອນອື່ນຫມົດພວກເຮົາຕ້ອງເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວ ພະນັກງານ, ສະມາຊິກພັກ ເຊື່ອມຊຶມເປັນເອກະພາບກັບແນວທາງປ່ຽນໃຫມ່ຂອງພັກ, ເຊີດຊູຄວາມເຊື່ອຫມັ້ນຂອງພັກ ແລະຄວາມເດັດດ່ຽວເດີນຕາມເສັ້ນທາງການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ເປັນແກນນໍາ.

– ເອົາໃຈໃສ່ປັບປຸງກໍ່ສ້າງ ແລະ ຂະຫຍາຍພັກໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ ແລະ ຮັບປະກັນຄຸນະພາບ ກໍ່ສ້າງ ສະມາຊິກພັກໃຫມ່ທີ່ຫນຸ່ມນ້ອຍ, ເພດຍິງ, ຊົນເຜົ່າ ໂດຍຜ່ານຂະບວນການຂອງມະຫາຊົນ.

– ສູ້ຊົນສ້າງບ້ານໃຫ້ມີສະມາຊິກພັກນໍາພາກວມ 70% ຂອງຈໍານວນບ້ານທັງຫມົດ, ສ້າງສະມາຊິກພັກແຂງໃຫ້ໄດ້ 35-40% ສ້າງຫນ່ວຍພັກຮູ້ນໍາພາຮອບດ້ານໃຫ້ໄດ້ 3-5 ຫນ່ວຍຫຼຸດຜ່ອນສະມາຊິກພັກອ່ອນລົງໃຫ້ຢູ່ໃນລະດັບຕໍ່າສຸດ

– ວຽກງານກໍ່ສ້າງພະນັກງານ: ບໍາລຸງສ້າງພະນັກງານໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງ ແຕ່ລະຂົງເຂດວຽກງານ, ຕ້ອງບໍາລຸງສ້າງພະນັກງານນໍາພາ, ພະນັກງານຫຼັກແຫຼ່ງ, ພະນັກງານຄຸ້ມຄອງ, ພະນັກງານວິຊາການ ດ້ວຍຫຼາຍຮູບການ, ຫຼາຍລະດັບຢູ່ພາຍໃນແຂວງ, ສູງກາງ ແລະ ຕ່າງປະເທດ.

ເພີ່ມທະວີບົດບາດຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ.

– ແນວລາວສ້າງຊາດ: ສຶກສາອົບຮົມໃຫ້ບັນດາເຜົ່າເຫັນແຈ້ງ ກົນອຸບາຍແບ່ງແຍກຂອງກຸ່ມຄົນບໍ່ດີ, ເຕົ້າໂຮມຄວາມສາມັກຄີເປັນອັນຫນຶ່ງອັນດຽວຢູ່ອ້ອມຂ້າງພັກ – ລັດ ປະຕິບັດຫນ້າທີ່ ແລະ ພັນທະໃຫ້ແກ່ສັງຄົມ,  ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ເຈົ້າກົກເຈົ້າເຫຼົ່າ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈທີ່ ຄັບແຄບຕີຕົວຕໍ່າ, ແນວຄິດທີ່ປະໝາດເຜົ່າອື່ນ, ຫຼີກເວັ້ນທີ່ສຸດການສ້າງຂໍ້ຂັດແຍ້ງທີ່ຮ້າຍແຮງເຊິ່ງນໍາໄປສູ່ຄວາມວຸ້ນວາຍເຊື່ອມເສຍ, ປະຕິບັດນະໂຍບາຍອັນຖືກຕ້ອງ ກ່ຽວກັບວຽກງານສາສະຫນາ, ໂດຍສະເພາະຕໍ່ສາສະຫນາທີ່ມີບົດບາດ ປະກອບສ່ວນສໍາຄັນໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເຄົາລົບສິດເສລີພາບໃນການ ເຊື່ອຖື ຫຼື ບໍ່ເຊື່ອຖືສາສະຫນາຂອງພົນລະເມືອງ, ແຕ່ພ້ອມກັນນັ້ນ ຕ້ອງເດັດດ່ຽວບໍ່ອະນຸຍາດໃຫ້ມີການຊື້ຈ້າງຈອບອອຍ, ຍຸແຍ່ແບ່ງແຍກສາສະຫນາ.ປຸກລະດົມປະຊາຊົນບັນດາເຜົ່າ ແລະ ເຕົ້າໂຮມຄວາມສາມັກຄີທຸກຊັ້ນຄົນ, ເພດໄວ, ຊົນເຜົ່າ, ສາສະຫນາ, ໃນການປົກປັກຮັກສາ ແລະ ສ້າງປະເທດຊາດ ຕ້ານກົນອຸບາຍໂຄສະນາແບ່ງແຍກສັດຕູ.

– ສະຫະພັນກໍາມະບານ: ເຄື່ອນໄຫວເຕົ້າໂຮມ, ຈັດຕັ້ງ, ນໍາພາ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງກໍາ ມະກອນ ແລະ ຊາວຜູ້ອອກແຮງງານ, ຕັ້ງຫນ້າປະຕິບັດ 3 ພາລະບົດບາດ 5 ຫນ້າທີ່ ແລະ ຂໍ້ແຂ່ງຂັນໃຫ້ໄດ້ຮັບຜົນດີ.

– ຊາວຫນຸ່ມປະຊາຊົນ ປະຕິວັດລາວ: ຕ້ອງສ້າງໃຫ້ຊາວຫນຸ່ມເປັນກໍາລັງແຮງຂອງການປະຕິວັດ ການສຶກສາອົບຮົມຝຶກຝົນຫຼໍ່ຫຼອມໄວຫນຸ່ມ, ເຍົາວະຊົນ, ໃຫ້ມີແບບແຜນດໍາລົງຊີວິດຖືກຕ້ອງ, ຕັ້ງຫນ້າປະຕິບັດຂໍ້ແຂ່ງຂັນ 3 ສາມັກຄີ 4 ບຸກ ຂອງຊາວຫນຸ່ມ, 3 ດີ 4 ຮູ້ ແລະ 6 ຮັກ 3 ຊັງ ຂອງເຍົາວະຊົນໃຫ້ໄດ້ຮັບຜົນດີ, ຕັ້ງຫນ້າປັບປຸງກໍ່ສ້າງການຈັດຕັ້ງຊາວຫນຸ່ມ, ເຍົາວະຊົນໃຫ້ເຂັ້ມແຂງ.

– ສະຫະພັນແມ່ຍິງ: ສຶກສາອົບຮົມປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ ແລະ ເດັກ, ເອົາໃຈໃສ່ປະຕິບັດຄໍາ ຂວັນ 3 ດີ 2 ຫນ້າທີ່ຂອງແມ່ຍິງລາວວາງອອກໃຫ້ໄດ້ຮັບຜົນດີ.

– ວຽກງານກວດກາ: ດໍາເນີນການກວດກາເປັນປະຈໍາຕໍ່ການເຄື່ອນໄຫວຂອງອົງການພັກ, ບັນດາອົງການຈັດຕັ້ງ ມະຫາຊົນ, ຕະຫຼອດຮອດພະນັກງານ, ສະມາຊິກພັກຂັ້ນຕ່າງໆ.

ກວດກາຮອບດ້ານ ບົນພື້ນຖານຄວາມເປັນເອກະພາບຂອງອົງຄະນະພັກແຕ່ລະຂັ້ນ, ສາມາດເຕົ້າໂຮມຄວາມ ສາມັກຄີ ແລະ ກາຍເປັນກໍາລັງແຮງສັງລວມ ປະຕິບັດມະຕິຄໍາສັ່ງ, ລະບຽບກົດຫມາຍ ແລະ ແນວທາງນະໂຍບາຍຂອງພັກ, ການກວດຕ້ອງຕົວຈິງ, ມີຈຸດສຸມ, ສົ່ງເສີມຈຸດດີ ແລະ ແກ້ໄຂໃຫ້ຖືກຕ້ອງ.

– ວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ: ຕ້ອງເຮັດຢ່າງມີຈຸດສຸມຮອບດ້ານ, ຕໍ່ເນື່ອງແຕ່ລະບາດກ້າວ, ເຮັດແຕ່ນ້ອຍຫາໃຫຍ່ ແຕ່ຕໍ່າຫາສູງ. ປັບປຸງການຈັດຕັ້ງຂັ້ນບ້ານ, ຫນ່ວຍປ້ອງກັນຄວາມສະຫງົບ, ກອງຫຼອນໃຫ້ທາງດ້ານ ການເມືອງ, ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເປັນເຈົ້າການຕ້ານທຸກກົນອຸບາຍມ້າງເພຂອງກຸ່ມຄົນບໍ່ດີ.

– ຕ້ອງເອົາວຽກງານກໍ່ສ້າງເສດຖະກິດ, ຂະຫຍາຍການຜະລິດສິນຄ້າ, ຕາຫນ່າງການສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ, ແກ້ໄຂຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ເທື່ອລະກ້າວ ສ້າງເງື່ອນໄຂ ແລະ ດໍາເນີນການສໍາຫຼວດ ເພື່ອພັດທະນາຮອບດ້ານຢູ່ເຂດເມືອງວຽທອງ, ເມືອງເຫືອງ ( ເມືອງບໍລິຄັນ ), ຫາດຊາຍຄໍາ ( ເມືອງປາກກະດິງ ). ສືບຕໍ່ໂຄງການພັດທະນາຊົນນະບົດເຂດຫຼັກ 20 ( ເມືອງຄໍາເກີດ ), ໂດຍສົມທົບ ລະຫວ່າງເມືອງ ແຂວງ ກັບສູນກາງ.

– ວຽກງານອໍານາດການປົກຄອງ: ປັບປຸງກົງຈັກລັດ ບໍລິຫານຕາມສາຍຕັ້ງ ໃຫ້ສົມເຫດສົມຜົນຕາມທິດກະທັດຮັດ ແຕ່ຮັບປະກັນປະສິດຕິພາບຂອງວຽກງານ ຕັ້ງຫນ້າປະຕິບັດການພົວພັນລະຫວ່າງ ສາຍຕັ້ງ-ສາຍຂວາງ ຕາມຂໍ້ກໍານົດເລກທີ 21 ຂອງກົມການເມືອງ, ເຮັດໃຫ້ການປະສານງານລະຫວ່າງຂະແນງການປະສົມກົມກຽວກັນເປັນຢ່າງດີ, ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາ ແລະ ປັບປຸງກົງຈັກແບບແຜນວິທີເຮັດວຽກຂອງລະບົບຍຸຕິທໍາ, ອົງການໄອຍະການ, ເຈົ້າຫນ້າທີ່ກອງຄະດີ ແລະ ສານປະຊາຊົນຂັ້ນຕ່າງໆ, ສືບຕໍ່ປັບປຸງ ແລະ ສ້າງຕັ້ງຫນ່ວຍໄກ່ເກ່ຍປະຈໍາບ້ານ ຂຶ້ນເພື່ອເຮັດໃຫ້ອົງການຈັດຕັ້ງດັ່ງກ່າວກາຍເປັນຜູ້ປະຕິບັດກົດຫມາຍ ວ່າດ້ວຍຄວາມຍຸຕິທໍາ-ສັງຄົມ, ຊຸກຍູ້ອໍານວຍຄວາມສະດວກ ໃຫ້ສະມາຊິກສະພາແຫ່ງຊາດເຄື່ອນໄຫວວຽກງານຢ່າງເຕັມເມັດເຕັມຫນ່ວຍ ຕາມພາລະບົດບາດຂອງຕົນ.

About admin11