ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມຂະບວນການປະດັບປະດາເທດສະບານເມືອງປາກຊັນ

ເພື່ອເປັນການກະກຽມຄວາມພ້ອມ ໃນການປະດັບປະດາຕົວເມືອງ ຂ່ຳນັບຮັບຕ້ອງກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃນວັນທີ 25 ສິງຫາ 2020 ຄະນະຮັບຜິດຊອບສ້າງຂະບວນການ ໄດ້ລົງຕິດຕາມການຕິດທຸງຊາດທຸງທິວ ຢູ່ຕາມເສົາໄຟເຍືອງທາງ ເສັ້ນທາງເທດສະບານເມືອງປາກຊັນ ໂດຍການນຳພາທາງຂອງ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸກຳມະການຂະບວນການ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະຮັບຜິດຊອບຂະບວນການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ລົງຕິດຕາມຢູ່ເສັ້ນທາງສາມແຍກໄປສະນີ ແລະ ໄດ້ເຂົ້າກວດກາຄວາມຈົບງາມຢູ່ອະນຸສາວະລີນັກຮົບນິລະນາມ, ກວດກາການປະດັບປະດາທຸງຊາດ-ທຸງພັກ ຢູ່ໜ້າອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ແລະ ຈຸດອື່ນໆ.

           ສ່ວນບາງຈຸດທີ່ຍັງບໍ່ທັນໄດ້ປະດັບປະດາ ທ່ານກໍໄດ້ແນະນຳໃຫ້ຮີບຮ້ອນ ແລະ ເຮັດດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດແນວໃດ ໃຫ້ການສ້າງຂະບວນການດັ່ງກ່າວ ເປັນຂະບວນການທີ່ສວຍງາມ ແລະ ເປັນໃບໜ້າໃບຕາຂອງຊາວແຂວງບໍລິຄຳໄຊ ທັງເປັນການເອກອ້າງເຖີງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ທັງເປັນການສະແດງເຖີງຄວາມຮັກແພງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າພາຍໃນແຂວງອີກດ້ວຍ.

About admins14