ບໍລິຄຳໄຊ ເປີດຊຸດອົບຮົມຍົກລະດັບທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຮຸ່ນທີ 43

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 43 ໄດ້ໄຂຂຶ້ນໃນວັນທີ 26 ສິງຫາ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມເປີດໂດຍ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ສຳມະນາກອນທີ່ເປັນພະນັກງານ-ສະມາຊິກພັກ ຈຳນວນ 50 ສະຫາຍ, ຍິງ 20 ສະຫາຍ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງລາຍງານກ່ຽວກັບການກະກຽມຈາກ ທ່ານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບລວມ, ເປົ້າໝາຍເຂົ້າຮ່ວມຝຶກອົບຮົມ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ອື່ນໆ, ມີຈຳນວນບຸກຄະລາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 50 ສະຫາຍ, ຍິງ 20 ສະຫາຍ ໃນນີ້ ແມ່ນມາຈາກຂົງເຂດການເມືອງ, ຂົງເຂດເສດຖະກິດ, ລັດວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ທະນາຄານ, ຂົງເຂດຕຸລາການ ແລະ ຂົງເຂດວັດທະນະທຳ-ສັງຄົມ. ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການຮຽນ-ການສອນໃນ 5 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 8 ບົດ, ເສດຖະສາດການເມືອງ 10 ບົດ ແລະ ອີກ 1 ບົດແມ່ນ ສິ່ງແວດລ້ອມ ເພື່ອການພັດທະນາ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 9 ບົດ ແລະ ກຸ່ມວິຊາກໍ່ສ້າງພັກ 5 ບົດ, ລວມມີ 41 ບົດ ແລະ ຈະມີ 155 ຊົ່ວໂມງບັນຍາຍ, ສຳມະນາໜ່ວຍ, ສຳມະນາຫ້ອງ 15 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງປາກເປົ່າ 35 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 35 ຊົ່ວໂມງ ແລະ ລົງພຶດຕິກຳຕົວຈິງ 7 ຊົ່ວໂມງ ໂດຍຈະໄດ້ໃຊ້ເວລາທັງໝົດ 247 ຊົ່ວໂມງຈຶ່ງສຳເລັດ.

           ການເປີດຊຸດອົບຮົມຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ – ການປົກຄອງ ໃນການຄຸ້ມຄອງນຳພາ ໃຫ້ແກ່ພະນັກງານ ສະມາຊິກພັກ ເພື່ອຈະໄດ້ນຳໄປໝຸນໃຊ້ເຂົ້າໃນການບໍລິຫານ – ຄຸ້ມຄອງ, ພັດທະນາວຽກງານຢູ່ແຕ່ລະຂົງເຂດທີ່ຕົນເອງຮັບຜິດຊອບ, ທັງນີ້ ກໍ່ເພາະວ່າ ການຍົກລະດັບທິດສະດີທາງດ້ານການເມືອງ ການປົກຄອງໃຫ້ພະນັກງານຄຸ້ມຄອງນຳພາ ແມ່ນການຍົກຂີດຄວາມສາມາດ ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຄົນ, ບໍລິຫານວຽກ ແລະ ບໍລິຫານງົບປະມານ ໃຫ້ມີປະສິດທິພາບສູງສຸດ.

About admins14