ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ

ໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ເຈົ້າແຂວງ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບແຂວງບໍລິຄຳໄຊ ເປັນຕົ້ນວຽກງານດ້ານເສດຖະກິດຂອງແຂວງ ໂດຍຈະເລີ່ມຈາກການພັດທະນາແຕ່ຊົນນະບົດເຂົ້າມາຫາຕົວເມືອງ, ວຽກງານດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.

ສຳລັບການແຜ່ລະບາດຂອງພະຍາດໂຄວິດ-19 ມາຮອດປັນຈຸບັນ ມີຜູ້ຕິດເຊື້ອສະສົມ 2.832 ກໍລະນີ, ປິ່ນປົວດີແລ້ວ 2.119 ຄົນ ກຳລັງປິ່ນປົວ 698 ຄົນ ເສຍຊີວິດສະສົມ 15 ກໍລະນີ, ໄດ້ຮັບວັກຊີນເຂັມ 1 ເທົ່າກັບ 59,8% ແລະ ຄົບ 2 ເຂັມ ເທົ່າກັບ 50,7%.

ພ້ອມນີ້ ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ລາຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງກະຊວງການຕ່າງປະເທດໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືກັບຕ່າງປະເທດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຮອບດ້ານ.

ການມາຢ້ຽມຢາມໃນຄັ້ງນີ້ ຍັງໄດ້ນຳເອົາອຸປະກອນຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ມີຄື: ຜ້າອັດປາກ ຈຳນວນ 6 ແກັດ, ເຈວລ້າງມື 1 ແກັດ ແລະ ເຄື່ອງວັດແທັກອຸນຫະພູມແບບສະແກນໃບໜ້າ 1 ເຄື່ອງ.

About admins16