ການນໍາພັກ – ລັດ ຕະຫຼອດຮອດມ່ວນຊົນ ຮ່ວມໃສ່ບາດງານບຸນນະມັດສະການພະບາດປະຈໍາປີ 2022

ເພື່ອປະຕິບັດຕາມຮີດ 12 ຄອງ 14 ທີ່ເຄີຍປະຕິບັດກັນມາ ງານບຸນ​ນະ­ມັດ­ສະ­ການ​ພະ​ບາດ ໄດ້ເລີ່ມຈັດຂຶ້ນໃນວັນທີ 15 ມັງກອນ ກົງກັບ ຂຶ້ນ13 ຄໍ່າເດືອນ 2 ລາວ ຢູ່ທີ່ບ້ານພະບາດ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ.

ໃນປີນີ້ ແມ່ນຈັດຂຶ້ນຢ່າງລຽບງ່າຍ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຈັດຕັ້ງປະຕິບັດຕາມປະເພນີທາງສາສະໜາ ໄຕ້ທູບທຽນສັກກະລັກບູຊາ ໄຫວ້ພະບາດ ໄຫວ້ພະທາດ ອົງພະເຈົ້າ.

ສໍາລັບພິທີໃສ່ບາດ ແມ່ນຈັດຂຶ້ນໃນຕອນເຊົ້າ ວັນທີ 17 ມັງກອນ 2022 ມີບັນດາພະສົງສໍາມະເນນ ເຂົ້າຮ່ວມງານບຸນ ຈໍານວນ 80 ອົງ  ໂດຍໃຫ້ກຽດຮ່ວມພາທາງຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີການນໍາພັກ-ລັດຂັ້ນແຂວງ ຂັ້ນເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ຢູ່ໃກ້ ແລະ ໄກ ທີ່ເຫຼື້ອມໃສໃນພຸດທະສາສະໜາເຂົ້າຮ່ວມຕັກບາດຖະຫວາຍສັງຂະທານ.

ການໃສ່ບາດງານບຸນນະມັດສະການພະບາດ ແມ່ນປະເພນີອັນດີງາມ ທີ່ບັນພະບູລຸດທີ່ໄດ້ປະຕິບັດສືບຕໍ່ກັນມາ ໄດ້ຈັດຂຶ້ນທຸກໆປີໃນ​ວັນ­ເພັງ 15 ຄ່ຳ ເດືອນ 2 ລາວ ເພື່ອບູຊາພະອົງພະເຈົ້າ ຟັງທໍາມະເທດສາສະໜາ ຄາລະວະຮັບພອນ, ຖະຫວາຍຂອງກິນທານແດ່ພະສົງສໍາມະເນນ ອຸທິບຸນກຸສົນຫາຜູ້ທີ່ລ່ວງຫຼັບ ແລະ ເພື່ອໃຫ້ເກີດຄວາມເປັນສີລິມຸງຄຸນ ທັງເປັນການອຸປະຖໍາບໍາລຸງພະພຸດທະສາສະໜາ.

ພາຍຫຼັງຕັກບາດສໍາເລັດແລ້ວ ການນໍາຍັງໄດ້ລົງຢ້ຽມຢາມຊົມຮ້ານວາງສະແດງ ຂາຍສິນຄ້າພູມປັນຍາ, ສິນຄ້າຕົວແບບ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂອງເມືອງທ່າພະບາດ.

 

About admin11