ຮອງຫົວໜ້າກົມສື່ມວນຊົນສະພາແຫ່ງຊາດ ເຄື່ອນໄຫວຕິດຕາມການປະຕິບັດກົດໝາຍ ຢູ່ແຂວງບໍລິຄຳໄຊ

ໃນວັນທີ 3 ພຶດສະພາ 2022 ທີ່ສະພາປະຊາຊົນແຂວງບໍລິຄໍາໄຊ ທ່ານ ເປຄໍາ ລໍຄໍາສອນ ຮອງຫົວໜ້າກົມສື່ມວນຊົນສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການປະເມີນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍຊັບສິນຂອງລັດ ຢູ່ແຂວງບໍລິຄໍາໄຊ, ໂດຍມີທ່ານຮອງເລຂາທິການສະພາປະຊາຊົນແຂວງ ແລະ ພະນັກງານ – ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງໃນການລົງມາໃນຄັ້ງນີ້ ເພື່ອໂຄສະນາເຜີຍແຜ່ການເຄື່ອນໄຫວຂອງອົງການນິຕິບັນຍັດ ໂດຍສະເພາະສະພາປະຊາຊົນຂັ້ນແຂວງ, ເພື່ອເປັນການເກັບກໍາຂໍ້ມູນໃນການປັບປຸງກົດໝາຍ 4 ສະບັບດັ່ງກ່າວ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ເພື່ອສໍາພາດກ່ຽວກັບການປະເມີນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຢູ່ສະພາປະຊາຊົນຂັ້ນແຂວງ.

ໃນຕອນບ່າຍຂອງວັນດຽວກັນ, ຄະນະ ໄດ້ລົງພື້ນທີ່ຕົວຈິງເພື່ອສໍາພາດທ່ານ ນາຍບ້ານ – ບ້ານຫ້ວຍເລິກ, ທ່ານຜູ້ອໍານວຍການໂຮງງານ ບໍລິຄໍາໄຊ ອຸດສະຫະກຳຖ່ານຂາວ ຈໍາກັດຜູ້ດຽວ ບ້ານໂພນສະຫວັນ, ຫ້ອງການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເພື່ອເປັນການເກັບກຳຂໍ້ມູນ ການຈັດຕັ້ງປະຕິບັດກົດໝາຍກັບວຽກງານຕົວຈິງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດກົດໝາຍ ມີຄວາມສອດຄ່ອງ, ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ – ລັດ ແລະ ກົດໝາຍທີ່ວາງອອກ.

About admins16