ຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ຕິດຕາມການປະຕິບັດກົດໝາຍ ຢູ່ຂົງເຂດຍຸຕິທຳແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 17 ກຸມພາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ທ່ານ ສີສູນທອນ ສ ພາບມີໄຊ ຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃນວຽກງານຂົງເຂດຍຸຕິທຳ ຢູ່ແຂວງບໍລິຄຳໄຊ, ມີທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ຫົວໜ້າອົງການໄອຍະການແຂວງ, ປະທານສານປະຊາຊົນແຂວງ, ຄະນະກຳມະການສະພາປະຊາຊົນແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເລື່ອນວິໄລ ຈັນທະລາພັນ ໄດ້ຜ່ານບົດລາຍງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດ ໃນໄລຍະ 1 ປີ ຜ່ານມາວ່າ: ຫຼັງຈາກທີ່ສຳເລັດກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຊຸດທີ່ IX ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງແຂວງບໍລິຄຳໄຊ ໄດ້ກໍານົດແຜນການຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ – ການເງິນຂອງແຂວງ ເປັນ 4 ພາກ ເຊິ່ງກຳນົດເປັນຄາດໝາຍໃຫຍ່ຂອງແຂວງ ແລະ ກຳນົດ 4 ວຽກງານຈຸດສຸມ ໂດຍດຳເນີນການຈັດຕັ້ງປະຕິບັດຕົວຈິງເປັນ 4 ບາດກ້າວໃຫຍ່ ຄື: ຄວາມຈຳເປັນຮີບດ່ວນໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ທັດສະນະຊີ້ນຳ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ, ທິດທາງ, ວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ແລະ ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ. ເຊິ່ງໄດ້ປະຕິບັດສໍາເລັດໃນບາດກ້າວ 1 ແລ້ວ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດການໂຄສະນາ, ເຜີຍແຜ່, ເຊື່ອມຊຶມເນື້ອໃນຕ່າງໆ ໃຫ້ແກ່ຄະນະນຳຂອງແຂວງ, ຂອງເມືອງ.

ປະຕິບັດວຽກງານໂຄງການວິທະຍາສາດຕ້ານການແຜ່ລະບາດ ຂອງຢາເສບຕິດ ສໍາເລັດແລ້ວ 17 ບ້ານ ໃນ 7 ເມືອງ, ມີເປົ້າໝາຍເຂົ້າຮ່ວມທັງໝົດ 858 ຄົນ, ໃນນີ້ ເປົ້າໝາຍເສບ 754 ຄົນ, ຄ້າ – ຂາຍ 96 ຄົນ ແລະ ທໍາລາຍສວນຊາໄດ້ທັງໝົດ 227 ສວນ, ມ້າງຄະດີໄດ້ 138 ເລື່ອງ, ກັກຜູ້ຖືກຫາໄດ້ 176 ຄົນ, ຢຶດຂອງກາງຢາເສບຕິດປະເພດຕ່າງໆ ແລະ ພາຫະນະນໍາໃຊ້ເຂົ້າໃນການກະທໍາຜິດ, ອັດປ່ອງຂ້າມລອຍປະຕິບັດໄດ້ທັງໝົດ 19 ຄັ້ງ, ກັກຜູ້ຖືກຫາໄດ້ 27 ຄົນ, ມີຄຳຮ້ອງທີ່ຍື່ນມາສະພາປະຊາຊົນແຂວງ 40 ເລຶ່ອງ ໃນນີ້ ເປັນຄໍາຮ້ອງຂໍຄວາມເປັນທຳ 10 ເລື່ອງ, ຄຳສະເໜີ 30 ເລື່ອງ, ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງພິຈາລະນາ ແກ້ໄຂສຳເລັດ 38 ເລື່ອງ, ກຳລັງຄົ້ນຄ້ວາ 2 ເລື່ອງ, ບັນຫາທີ່ພົ້ນເດັ່ນແມ່ນ ບໍ່ພໍໃຈຕໍ່ຄຳຕັດສິນຂອງສານ, ຂໍ້ຂັດແຍ່ງທີ່ດິນ ພ້ອມນີ້ຍັງໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດ ບັນດານິຕິກຳທີ່ສະພາປະຊາຊົນແຂວງຮັບຮອງ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານວຽກງານ ຈາກພາສ່ວນກ່ຽວຂ້ອງ ເປັນຕົ້ນແມ່ນອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ປກສ ແຂວງ ແລະ ອົງການກວດກາລັດແຂວງ.

About admins16