ປກສ ເມືອງປາກກະດິງ ສະຫຼຸບວຽກງານປະຈຳປີ 2021

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ຂອງກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 15 ກຸມພາ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັທ ວົງພະຈັນ ແກ້ວວິຊຽນ ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້້າເມືອງປາກກະດິງ, ມີນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປ້ອງກັນຄວາມສະຫງົບ ໄລຍະ 1 ປີຜ່ານມາວ່າ: ຕໍ່ໜ້າສະພາບການຂອງໂລກໄດ້ຜັນແປໄປຢ່າງສັບສົນ, ຢູ່ພາຍໃນເມືອງປກກະດິງ ກໍ່ຍັງມີກຸ່ມຄົນບໍ່ຫວັງດີຈຳນວນໜຶ່ງ ເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ຄາດຕະກຳ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ, ຄ້າຂາຍເຖື່ອນ, ບັນຫາທີ່ດິນ, ໜີ້ສິນ, ອຸປະຕິເຫດ ແລະ ອັກຄີໄພ ເກີດຂື້ນຢ່າງຕໍ່ເນື່ອງ.

ຕໍ່ກັບບັນຫາດັ່ງກ່າວນັ້ນ, ປກສ ເມືອງປາກກະດິງ ກໍ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າ, ໂດຍສະເພາະແມ່ນ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 29 ໂຄງການ ທີ່ໄດ້ຜັນຂະຫຍາຍຕາມແນວທາງຂອງຂັ້ນເທິງວາງອອກ ຢ່າງເປັນຂະບວນການ ເຮັດໃຫ້ວຽກງານຫຼາຍດ້ານບັນລຸຕາມແຜນ, ທົ່ວມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳຈາກທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ທ່ານໄດ້ກ່າວຝາກຄວາມຢື້ຢາມຖາມຂ່າວເຖີງບັນດາສະຫາຍທີ່ກຳລັງປະຈຳການຢູ່ຮາກຖານທ້ອງຖິ່ນ ແລະ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ.

ຄຽງຄູ່ກັນນີ້, ທ່ານຍັງໄດ້ຊີ້ນຳຢ່າງໜັກແໜ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເລັ່ງໃສ່ປັບປຸງກຳລັງ ປກສ ຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ເພີ່ມທະວີການນຳພາຂອງພັກ ຕິດພັນກັບການສ້າງໜ່ວຍພັກປອດໃສ-ເຂັ້ມແຂງ-ໜັກແໜ້ນ, ປັບປຸງກົງຈັກການຈັດຕັ້ງ ແລະ ກຳລັງຂອງຕົນໃຫ້ ສອດຄ່ອງກັບສະພາບວຽກງານຕົວຈິງ ແລະ ທັນຍຸກ-ທັນສະໃໝ.

 

About admin11