ອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ເຊື່ອມຊືມມະຕິ XI ຂອງພັກ.

ຕອນບ່າຍ ວັນທີ 13 ພືດສະພາ 2021ນີ້, ອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍເເຜ່ ເຊື່ອມຊືມມະຕິ ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ສະໄຫມທີ XI ຂອງພັກປະຊາຊົນປະຕິວັດລາວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານໂດຍທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນເຂດແຂວງບໍລິຄໍາໄຊ, ທ່ານ ທອງໃບ ພຽນວົງ ເລຂາຄະນະພັກຮາກຖານ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະ, ມີແຂກຖືກເຊີນ, ຕະຫລອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ເລື່ອນວິໄລ ຈັນທະລາພັນ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 – 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະເທດ ຊາດພົ້ນ ຈາກສະຖານະພາບ ດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ”. ກອງປະຊຸມໃຫຍ່ຄັ້ງນີ້ ໂດຍມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ ຈໍານວນ 348.686 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ.

ໃນພິທີຍັງໄດ້ຜ່ານເອກະສານບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເຫັນວ່າສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2018-2020 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ດ້ານເສດຖະກິດ ສາມາດຮັກສາການເຕີບໂຕ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາ, ບັນດາໂຄງການລົງທຶນຂະໜາດໃຫຍ່ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງຊຸກດັນຫຼັກໃຫ້ແກ່ການພັດທະນາພື້ນຖານເສດຖະກິດ, ຂົງເຂດວັດທະນະທຳ – ສັງຄົມກໍ່ໄດ້ຮັບການປັບປຸງທີ່ດີຂື້ນ,  ການພັດທະນາຊັບພະຍາກອນມະນຸດ ໃຫ້ມີການພັດທະນາແລະແທດເໝາະກັບວຽກງານຕົວຈິງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນເຫັນວ່າຫຼຸດລົງຢ່າງຕໍ່ເນື່ອງ. ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນທິດທາງແຜນການ ແລະ ຄາດໝາຍສູ້ຊົນ ໄລຍະ 5 ປີຕໍ່ໜ້າ, ທີ່ພັກ ແລະ ລັດຖະບານຕ້ອງໄດ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ, ຍົກສູງຄຸນນະພາບການຊີ້ນໍາ-ນໍາພາ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງ ຂອງການຈັດຕັ້ງທຸກຂັ້ນ, ເພີ່ມທະວີການຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ມີສິດສະເໝີພາບ ແລະ ຍຸຕິທຳ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອຳນາດລັດ ໃຫ້ແຂງແຮງ ແລະ ມີປະສິດທິພາບ, ເພີ່ມທະວີສາຍພົວພັນພົວພັນການຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງທາງດ້ານທືນຮອນ, ການຊ່ວຍເຫຼືອລ້າ ແລະ ການຮ່ວມມືດ້ານຕ່າງໆ. ການເຜີຍແຜ່ ເຊື່ອມຊືມມະຕິ XI ຂອງພັກໃນ ຄັ້ງນີ້ ກໍ່ເພື່ອເຮັດໃຫ້, ພະນັກງານນຳພາ-ບັນຊາພະນັກງານລັດຖະກອນໃນອົງການໄອຍະການປະຊາຊົນແຂວງບໍລິຄໍາໄຊ ໄດ້ເຊື່ອມຊືມ ແລະ ກຳແໜ້ນມະຕິ XI ຂອງພັກ ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂົງເຂດທີ່ຕົນຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.

About admin11