ເຈົ້າເມືອງ ທ່າພະບາດ ລົງຊຸກຍູ້-ຕິດຕາມການປ້ອງກັນໂຄວິດ-19 ຢູ່ບ້ານນາໄຊ

ໃນວັນທີ 18 ພຶດສະພາ ຜ່ານມານີ້ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະໄດ້ລົງ ໂອ້ລົມພໍ່ແມ່ປະຊາຊົນ ບ້ານ ນາໄຊ ໜ່ວຍ 15 ໃນການລົງ ຊຸກຍູ້ ແລະ ຕິດຕາມກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19. ໃນຄັ້ງນີ້ ຄະນະສະເພາະກິດກໍ່ໄດ້ຊີ້ແຈງຕໍ່ພໍ່ແມ່ປະຊາຊົນໃຫ້ຮູ້ເຖິງຜົນຮ້າຍຂອງພະຍາດໂຄວິດ-19 ພ້ອມທັງໃຫ້ຄໍາແນະນໍາຄວາມຮູ້ກ່ຽວມາດຕະການປ້ອງກັນ ນອກຈາກນັ້ນ ທ່ານ ສົມສົດ ແສງອາພອນ ກໍ່ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ຈົ່ງຊ່ວຍກັນປະຕິບັດຕາມຄໍາສັ່ງຂັ້ນເທິງຢ່າງເຂັ້ມງວດ, ພ້ອມກັນໄປສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ສະຖານທີ່ບໍລິການສັກວັກຊີນຂອງເມືອງ ໃນທ້າຍທ່ານ ຍັງໄດ້ມອບເຄື່ອງບໍລິໂພກທີ່ໄດ້ມາຈາກການປະກອບສ່ວນຂອງສັງຄົມຈຳນວນໜຶ່ງ ມອບໃຫ້ຄອບຄົວທີຂາດເຂີນ ແລະ ຍຸ້ງຍາກໃນການດໍາລົງຊີວິດໃນໄລຍະນີ້.

About admin11