ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊຈໍາພອນ ຈັດພິທີມອບ-ຮັບພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງ

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2023 ຢູ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີມອບ-ຮັບພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງຂອງຂະແໜງການສຶກສາ ແລະ ກິລາ ປະຈໍາ 3 ເດືອນ ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ກອງສີ ໄຊຍະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໄຊຈໍາພອນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສີພັນ ໄຊສົມບູນ ສສຂ ປະຈໍາເມືອງ, ຫົວໜ້າ ແລະ ຄະນະຫ້ອງການ, ຫົວໜ້າໜ່ວຍງານ, ພະນັກງານຮາກຖານ ແລະ ກອງເລຂາພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງຂອງຂະແໜງກາານສຶກສາກໍ່ເຂົ້າຮ່ວມ.

ໃນພິທີ ທ່ານ ເພັດສະໝອນ ເພັດວົງສັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊຈໍາພອນ ໄດ້ຜ່ານບົດລາຍງາຍໃນການລົງກໍ່ສ້າງຮາກຖານຕາມສາຍຕັ້ງໃຫ້ຮູ້ວ່າ: ເມືອງໄຊຈໍາພອນໄດ້ແບ່ງກຸ່ມການສຶກສາ ແລະ ກິລາອອກເປັນ 5 ກຸ່ມໂຮງຮຽນ (ກຸ່ມ ປ.ສ ໂພນສີ, ໂພນໝັ້ນ, ນາແຈງ, ເມືອງຈໍາ ແລະ ກຸ່ມໂພນຄໍາ) ມີໂຮງຮຽນອະນຸບານ 2 ແຫ່ງ, ຫ້ອງກຽມ 14 ຫ້ອງ, ມີໂຮງຮຽນປະຖົມ 17 ແຫ່ງ, ມັດທະຍົມສຶກສາ ມີ 4 ແຫ່ງ (ມ.ຕ 2 ແຫ່ງ ແລະ ມສ 2 ແຫ່ງ), ມີພະນັກງານລັດຖະກອນສຶກສາທັງໝົດ 175 ຄົນ, ຍິງ 70 ຄົນ (ມີພະນັກງານບໍລິຫານ 40 ຄົນ, ຍິງ 13 ຄົນ ແລະ ຄູສອນ 135 ຄົນ, ຍິງ 57 ຄົນ) ແລະ ອາສາສະໝັກ 17 ຄົນ, ຍິງ 13 ຄົນ, ຄະນະຮັບຜິດຊອບກໍ່ສ້າງຮາກຖານຕາມສາຍຕັ້ງລົງປະເມີນ, ຊຸກຍູ້, ຊ່ວຍເຫຼືອ ແລະ ຕິດຕາມ ການການຮຽນ-ການສອນພາຍໃນກຸ່ມໂຮງຮຽນ ແລະ ໂຮງຮຽນ ໃນ 17 ໂຮງຮຽນທົ່ວເມືອງສາມາດຕີລາຄາໄດ້ໂຮງຮຽນຄຸນນະພາບຕາມ 6 ດ້ານ 42 ຕົວຊີ້ວັດ ໂດຍລວມທົ່ວເມືອງ ຍັງບໍ່ເກນມາດຕະຖານ 3,5 ຂຶ້ນໄປ ແລະ ໂຮງຮຽນຕົວແບບຕາມ 4 ດ້ານ 53 ຕົວຊີ້ວັດໂດຍລວມທົ່ວເມືອງຍັງບໍ່ເກນມາດຕະຖານ 80% ຂຶ້ນໄປ. ການລົງກໍ່ສ້າງຮາກຮາກຖານຕາມສາຍຕັ້ງຈະຕ້ອງປະຕິບັດໃນຕໍ່ໜ້າຄື: ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອການຮຽນ-ການສອນ ໃນກຸ່ມໂຮງຮຽນ ແລະ ໂຮງຮຽນໃຫ້ເປັນປົກະຕິ ແລະຕໍ່ເນື່ອງ, ສົມທົບກັບຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ໜ່ວຍງານທີ່ກ່ຽວຂ້ອງ ເພື່ອແນະນໍາ ແລະ ນິເທດຄືນບາງນິຕິກໍາທີ່ກ່ຽວກັບເອກະສານຂອງລັດຖະກອນສຶກສາ.

ຕອນທ້າຍຂອງພິທີທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງກໍ່ໄດ້ກ່າວມອບພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ກຽດຂື້ນຮັບໂດຍທ່ານ ກອງສີ ໄຊຍະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໄຊຈໍາພອນ.

About admins16