ສປປ ລາວ ສຸມໃສ່ສົ່ງເສີມ ໂພສະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ

           ກອງປະຊຸມສື່ມວນຊົນທົ່ວປະເທດ ເພື່ອປຶກສາຫາລື ການສົ່ງເສີມ ວຽກງານໂພສະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2023 ທີ່ຫ້ອງວ່າການເມືອງວັງວຽງ  ແຂວງວຽງຈັນ ເປັນປະທານຮ່ວມ ໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ອິນປົງ ທົ່ງພະຈັນ ຮອງຫົວໜ້າສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງສາທາລະນະສຸກ ແລະ ທ່ານ ໄຊມ່ອນ ເນເຊີ່ ຫົວໜ້າພະແນກໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊັບ ປະຈໍາ ສປປ ລາວ ມີຄະນະຮັບຜິດຊອບຈາກກະຊວງ, ພະແນກ ຖວທ ຈາກບັນດາແຂວງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

           ຈຸດປະສົງຂອງກອງປະຊຸມ ເເມ່ນເພື່ອສະໜອງຂໍ້ມູນລ້າສຸດໃຫ້ກັບບັນດາສື່ມວນຊົນ ເພື່ອກະຕຸ້ນການປ່ຽນແປງພຶດຕິກຳທີ່ກ່ຽວຂ້ອງກັບໂພຊະນາການໃນທົ່ວປະເທດ, ພ້ອມທັງ ເປັນແລກປ່ຽນບົດຮຽນ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ຕໍ່ວຽກງານສົ່ງເສີມໂພສະນາການ ທີ່ມີຄວາມສໍາຄັນໃນການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງ ຂອງເດັກ, ອີງ​ຕາມ​ການສໍາຫຼວດອັດຕາການບໍລິໂພກອາຫານຂັ້ນຕໍ່າສຸດທີ່ຍອມຮັບໄດ້ ສໍາລັບເດັກນ້ອຍອາຍຸຕໍ່າກວ່າ 2 ປີ ໄດ້ຫຼຸດລົງຈາກ 21% ໃນປີ 2022 ເປັນ 15% ໃນປີ 2023, ເຊິ່ງຍັງສອດຄ່ອງກັບການເພີ່ມຂຶ້ນຂອງອັດຕາການຂາດສານອາຫານເເບບເຕ້ຍ ໃນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ຈາກ 33% ເປັນ 37%.

            ໃນກອງປະຊຸມ ໄດ້ຈະຮັບຟັງການນຳສະເໜີກ່ຽວກັບຄວາມສຳຄັນ, ການມີສ່ວນຮ່ວມໃນວຽກງານໂຄສະນາຜ່ານສື່ມວນຊົນ, ສະພາບລວມວຽກງານໂພສະນາການຢູ່ລາວ, ບັນຫາ ແລະ ຍຸດທະສາດແຫ່ງຊາດດ້ານໂພສະນາການ ປະຈຳປີ 2023, ມີການແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ຕໍ່ວຽກງານກະຕຸກຊຸກຍູ້, ການສ້າງແຮງຈູງໃຈ, ການລະດົມ ການຊ່ວຍຮ່ວມມືຊ່ວຍເຫຼືອ ວຽກງານສົ່ງເສີມໂພສະນາການຂອງແມ່ ແລະ ເດັກ, ພ້ອມນັ້ນ, ຍັງຈະໄດ້ລົງພື້ນທີ່ຕົວຈິງ ຢູ່ພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ຢູ່ບັນດາບ້ານວັງວຽງ ເພື່ອເກັບກຳຂໍ້ມູນຢ່າງລະອຽດ, ເພື່ອຊອກໃຫ້ໄດ້ຜົນສຳເລັດ ແລະ ບາງຈຸດອ່ອນຂໍ້ຄົງຄ້າງ ແລະ ນໍາໄປປັບປຸງແກ້ໄຂ, ພັດທະນາວຽກງານສົ່ງເສີມໂພສະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ. ຊຸດຝຶກອົບຮົມຄັງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ, ແຕ່ ວັນທີ 5 ຫາ 6 ກັນຍາ 2023.

About admin11