ຫ້ອງການພາຍໃນ ເມືອງຄໍາເກີດ ສະຫລຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020

  

ໃນຕອນເຊົ້າຂອງວັນທີ 4 ກຸມພາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ຂອງຫ້ອງການພາຍໃນເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ລໍາທອງ ແກ້ວລະຄອນ ຫົວຫນ້າຫ້ອງການພາຍໃນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

ທ່ານ ລໍາທອງ ແກ້ວລະຄອນ ຫົວຫນ້າຫ້ອງການພາຍໃນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ທ່ານໃຫ້ຮູ້ວ່າ: ຫ້ອງການພາຍໃນເມືອງຄໍາເກີດ ເປັນຫ້ອງການໜຶ່ງທີ່ມີໂຄງປະກອບກົງຈັກການຈັດຕັ້ງຂັ້ນເມືອງ, ຂຶ້ນກັບການຊີ້ນໍາ, ຄຸ້ມຄອງ ແລະ ກວດກາຂອງອົງການປົກຄອງເມືອງ ແລະ ພະແນກພາຍໃນແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ອົງການປົກຄອງເມືອງ ແລະ ພະແນກການພາຍໃນແຂວງ ໃນການຄຸ້ມຄອງບໍລິຫານລັດ ຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນ ວຽກງານພັດທະນາການບໍລິຫານລັດ, ປົກຄອງ ແລະ ແຜນທີ່, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານຄຸ້ມຄອງພົນລະເມືອງ, ຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມຄອງເອກະສານທາງການ, ແຂ່ງຂັນ ແລະ ຍ້ອງຍໍ.

ພ້ອມນັ້ນ ຍັງເປັນເສນາທິການໃຫ້ແກ່ຄະນະຫ້ອງການ ແລະ ບັນດາໜ່ວຍງານກ່ຽວກັບການຄຸ້ມຄອງ, ອໍານວຍ, ຄວບຄຸມ ແລະ ບໍລິຫານວຽກງານຕ່າງໆຂອງຫ້ອງການ ໃນນັ້ນ ໄດ້ສໍາເລັດການກວດກາປະເມີນມາດຖານເມືອງ ເປັນຫົວໜ່ວຍເຂັ້ມແຂງຕາມ 13 ມາດຖານ, 30 ຕົວຊີ້ບອກ ແລະ ບ້ານໜັກແໜ້ນເຂັ້ມແຂງຕາມ 10 ມາດຖານຂອງຂະແໜງພາຍໃນ ຄື: ເມືອງສາມາດບັນລຸ 8 ມາດຖານ, 22 ຕົວຊີ້ບອກ, ຍັງຄ້າງ 5 ມາດຖານ, 8 ຕົວຊີ້ບອກ, ບ້ານບັນລຸມາດຖານເປັນບ້ານໜັກແໜ້ນເຂັ້ມແຂງ ມີ 26 ບ້ານ ເທົ່າກັບ 41,94% ( ເພີ່ມຂຶ້ນ 9 ບ້ານ ), ສໍາເລັດການກວດກາ ສັງລວມໂຄງປະກອບກົງຈັກການຈັດຕັ້ງລັດ ຂອງບັນດາຫ້ອງການ ແລະ ອົງການທຽບເທົ່າຫ້ອງການຂັ້ນເມືອງ ທົ່ວເມືອງມີ 27 ຫ້ອງການ ແລະ 2 ຫ້ອງການທຽບເທົ່າ, ທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 1.152 ຄົນ ຍິງ 579 ຄົນ, ລະດັບວິຊາສະເພາະ: ປະລິນຍາໂທ 15 ຄົນ, ປະລິນຍາຕີ 443 ຄົນ, ຊັ້ນສູງ 440 ຄົນ, ຊັ້ນກາງ 231 ຄົນ ແລະ ຊັ້ນຕົ້ນ 23 ຄົນ, ທົ່ວເມືອງມີວັດທັງໝົດ 13 ແຫ່ງ ສາລາທໍາ 2 ແຫ່ງ ມີພະສົງທັງໝົດ 170 ອົງ, ມີພະພຸດທະຮູບທັງໝົດ 5.129 ອົງ ມີໜັງສືຜູກໃບລານ 830 ມັດ, ມີ 13 ຊົນເຜົ່າ ນັບຖືສາສະໜາພຸດ 54,39%, ນັບຖືສາສະໜາຄຼິດສະຕ່ຽນ 1,63% ແລະ ນັບຖືຜີບັນພະບູລຸດ 43,98%.

ຈາກນັ້ນ ແຂກທີເຂົ້າຮ່ວມກອງປະຊຸມກໍ່ໄດ້ຂຶ້ຶ້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ພ້ອມນັ້ນ ກໍ່ໄດ້ມອບໃບຍ້ອງຍໍ ໃບຊົມເຊີບ ແລະ ໃບຂອບໃຈ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນໄລຍະທີ່ຜ່ານມາ ໃຫ້ກຽດມອບໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທໍາ-ສັງຄົມ.

About admin11