ຄຳເກີດ ລາຍງານການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

 

ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມ ກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ໂດຍການເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ຮອງຫົວຫນ້າອະນຸກຳມະການບຸກຄະລາກອນ, ຄະນະກຳມະການເລືອກຕັ້ງລະດັບຊາດ.

ທ່ານ ກີ່ ຊົງລາຫວ່າງ ຮອງເລຂາພັກເມືອງ ຮອງປະທານຄະນະກໍາມະເລືອກຕັ້ງຂັ້ນເມືອງຂຶ້ນລາຍງານກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ທ່ານໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ສະບັບເລກທີ 01/ຄລຂ, ລົງວັນທີ 21 ຕຸລາ 2020 ເມືອງໄດ້ຈັດຕັ້ງຜັນຂະຫຍາຍ ໂດຍໄດ້ອອກນິຕິກໍາຂອງເມືອງ ຂໍ້ຕົກລົງຂອງເຈົ້າເມືອງຄໍາເກີດ ສະບັບເລກທີ 631/ມຄກ, ລົງວັນທີ 24 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2, ຂໍ້ຕົກລົງຂອງປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ສະບັບເລກທີ 002/ຄລຂ, ລົງວັນທີ 10 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງບັນດາອານຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເຊິ່ງໄດ້ສະເໜີແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດ 40 ໜ່ວຍຫີບບັດ ມີ 330 ທ່ານ, ໄດ້ນໍາເອົາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 2 ລົງເຄື່ອນໄຫວໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ຢູ່ບັນດາສໍານັກງານ, ອົງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງ ອາຍຸ 18 ປີ ຂຶ້ນໄປ ຢູ່ແຕ່ລະໜ່ວຍປ່ອນບັດທົ່ວເມືອງ ມາຮອດປະຈຸບັນ ສໍາເລັດແລ້ວ 37 ໜ່ວຍຫີບບັດ 59 ບ້ານ ແລະ 6 ພາກສ່ວນ.

ສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ 44.788 ຄົນ, ຜູ້ມີສິດປ່ອນບັດໃນບ້ານຂອງຕົນຕາມສໍາມະໂນຄົວ 39.754 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນຕາມສໍາມະໂນຄົວ 4.590 ຄົນ, ຜູ້ໄປເຮັດວຽກຢູ່ຕ່າງປະເທດຕາມສໍາມະໂນຄົວມີ 444 ຄົນ ແລະ ຜູ້ມີສິດມາຈາກທ້ອງຖິ່ນອື່ນ 456 ຄົນ.

ພ້ອມນັ້ນ ປະທານພ້ອມດ້ວຍຄະນະ ໄດ້ລົງໄປສະຖານທີ່ກະກຽມໜ່ວຍປ່ອນບັດທີ 6 ບ້ານ ໜອງປ໋ອງ.

About admin11