ຫ້ອງກະສິກໍາເມືອງວຽງທອງ ຈັດກອງປະຊຸມຊຸກຍູ້ວຽກງານການຜະລິດລະດູແລ້ງ

ໃນວັນທີ 4 ຕຸລາ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຊຸກຍູ້ການຜະລິດລະດູແລ້ງ 2022 – 2023 ຕິດພັນກັບວາລະແຫ່ງຊາດ ແລະ ການຄຸ້ມຄອງໂຮງງານປຸ່ງແຕ່ງພືດຂັ້ນຕົ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີຄະນະຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຄະນະນຳ ແຕ່ລະຫ້ອງການພາຍໃນເມືອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 3736/ກປ ວ່າດ້ວຍການຄຸ້ມຄອງໂຮງງານປຸ່ງແຕ່ງພືດ, ບົດບັນທຶກມອບ – ຮັບວຽກງານປຸ່ງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ລະຫວ່າງພະແນກອຸດສະຫະກຳ ແລະ ການຄ້າ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂໍ້ຕົກລົງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພະແນກອຸດສະຫະກຳແລະການຄ້າ ເລກທີ 1574/ກປຝ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳແລະວິຊາການລົງເກັບກຳຂໍ້ມູນບັນດາໂຮງງານຕາມການມອບ – ຮັບ 11 ລາຍການ ແລະ ຜ່ານແຈ້ງການຂອງພະແນກກະສິກຳແລະປ່າໄມ້ແຂວງ ເລກທີ1654/ກປຂ ວ່າກ່ຽວກັບການເກັບດຳຂໍ້ມູນຂຶ້ນບັນຊີໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພຶດພາຍໃນແຂວງ.

ຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄຳຄິດ, ຄຳເຫັນຕໍ່ກັບວຽກງານດັ່ງກ່າວຢ່າງກົງໄປກົງມາ ຢ່າງມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ວຽກງານຊຸກຍູ້ການຜະລິດລະດູແລ້ງໃນປີນີ້ ໃຫ້ພົ້ນເດັ່ນກ່ວາປີຜ່ານມາ.

ທ່ານ ພັອ ຄຳແພນ ວິລື້ທຳ ເຈົ້າເມືອງວຽງທອງ ໄດ້ຍ້ອງຍໍຊົມເຊີນຕໍ່ຜົນງານດີເດັ່ນຂອງຫ້ອງການກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານຊຸກຍູ້ການຜະລິດໃນໄລຍະຜ່ານມາ ພ້ອມທັງໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວ ຈົ່ງເອົາໃຈໃສ່ໃນການສົ່ງເສີ່ມການປຸກ, ການລ້ຽງຕິດພັນກັບວາລະແຫ່ງຊາດທາງດ້ານເສດຖະກິດ, ການເງິນໃຫ້ດີຂື້ນກ່ວາເກົ່າ.

About admins16