ກອງປະຊຸມຜ່ານຮ່າງແຜນພັດທະນາຊົນນະບົດໃໝ່ ແບບມີສ່ວນຮ່ວມຈຸດສຸມທົ່ງແສນ ເມືອງຄຳເກີດ

ໃນວັນທີ 4 ຕຸລາ 2022 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຜ່ານຮ່າງແຜນພັດທະນາຊົນນະບົດໃໝ່ ແບບມີສ່ວນຮ່ວມຈຸດສຸມທົ່ງແສນຂອງເມືອງ ໂດຍການເປັນປະທານຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນະນາຊົນນະບົດສູນກາງ, ມີຄະນະປະຈຳພັກເມືອງ, ຄະນະຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງແຜນພັດທະນາຊົນນະບົດໃໝ່ ຢູ່ຈຸດສຸມທົົ່ງແສນ ເປັນຕົວແບບໃນການພັດທະນາຊົນນະບົດໃໝ່, ສ້າງເປັນຕົວແບບທີ່ດີເດັ່ນດ້ານການຜະລິດກະສິກໍາ, ໄລຍະ 2021 – 2025 ໂດຍໄດ້ສ້າງຂຶ້ນເພືີ່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຈັດສັນອາຊີບຄົງທີ່, ສ້າງວຽກເຮັດງານທໍາໃຫ້ປະຊາຊົນມີລາຍຮັບທີ່ຍືນຍົງ, ສ້າງສິ່ງອໍານວຍຄວາມສະດວກໃຫ້ກັບການດໍາລົງຊີວິດ, ສ້າງຈຸດສຸມທົ່ງແສນໃຫ້ເປັນປະຕູເສດຖະກິດ, ພັດທະນາຊັບພະຍາກອນມະນຸດຕິດພັນກັບວັດທະນາທໍາ ແລະ ການຜະລິດ, ເປັນເມືອງສີຂຽວໃນຊົນນະບົດ, ມີບ້ານເປັນຕົວແບບມູນເຊື້ອການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທໍາມະຊາດກໍ່ຄືຊັບພະຍາກອນ – ປ່າໄມ້ ແລະ ທີ່ດິນ ໃຫ້ມີຄວາມຍືນຍົງ ທຸກຄົນໄດ້ເຂົ້າເຖີງການປະກັນສຸຂະພາບທີ່ດີ, ຮຽນຮູ້ ແລະເຮັດຖືກຕາມຄວາມຕ້ອງການຂອງການພັດທະນາ, ຜະລິດສິນຄ້າດີ, ລາຄາພໍໃຈຮັບປະກັນຄຸນນະພາບ, ເພື່ອເຮັດໃຫ້ການພັດທະນາແຂວງບໍລິຄໍາໄຊໄປຕາມແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ V ( 2021 – 2025 ) ໄດ້ຖືກຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ອີກດ້ານໜຶ່ງ ແມ່ນເຮັດໃຫ້ເມືອງຄຳເກີດ ກໍ່ຄືຈຸດສຸມທົ່ງແສນຫຼຸດພົ້ນຈາກຄວາມທຸກຍາກ ໃນປີ 2025, ຄະນະພັກ-ອົງການປົກຄອງແຂວງ ເຫັນໄດ້ເຖິງ ຄວາມສໍາຄັນດັ່ງກ່າວ ຈື່ງໄດ້ສ້າງແຜນແມ່ບົດ ເພື່ອພັດທະນາເມືອງຄໍາເກີດ ໃຫ້ກາຍເປັນຕົວແບບຂອງການພັດທະນາຊົນນະບົດໃໝ່.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາຕໍ່ກັບຮ່າງແຜນພັດທະນາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ກອງປະຊຸມຍັງໄດ້ຮັບຮອງແຜນພັດທະນາຊົນນະບົດໃໝ່ ແບບມີສ່ວນຮ່ວມຈຸດສຸມທົ່ງແສນຂອງເມືອງ.

About admins16