ສໍາເລັດການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ປະຊາຊົນຢູ່ເຂດບ້ານບົວແວງຄໍາ

ໃນວັນທີ 19 ພະຈິກ 2021 ຢູ່ສູນການຮຽນຮູ້ຊຸມຊົນ ບ້ານບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີປິດການຝືກອົບຮົມວິຊາຊີບຂັ້ນພື້ນຖານ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນມະຫາ ຜາງທະວົງ ຮອງຫົວຫນ້າພະແນກວິຊາຊີບ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ມີຄູອາຈານຈາກໂຮງຮຽນເຕັກນິກ-ວິຊາຊີບແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອເປັນການເສີມສ້າງທັກສະ ໃຫ້ປະຊາຊົນວິຊາອາຊີບເສີມ, ເພື່ອຫາລາຍໄດ້ເຂົ້າໄປພັດທະນາຄອບຄົວ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ, ການຝຶກອົບຮົມວິຊາຊີບຂັ້ນພື້ນຖານຄັ້ງນີ້ ໃຊ້ເວລາ 5 ວັນ  ( 15 19 ພະຈິກ 2021 ) ເຊິ່ງປະກອບມີ 3 ສາຂາ ຄື: ການປຸງແຕ່ງອາຫານຫວານ-ຄາວ, ສ້ອມແປງລົດຈັກ, ທາມງ່າ ແລະ ຕໍ່ກິ່ງ ຂອງພັນພືດ ໂດຍການນໍາພາຂອງຄູຝຶກມາຈາກໂຮງຮຽນເຕັກນິກວິຊາຊີບແຂວງບໍລິຄໍາໄຊ.

ຊຸດອົບຮົມ ໄດ້ຮັບການສະໜັບສະໜູນທຶນ ຈາກຫ້ອງການນາໆຊາດການສຶກສາຜູ້ໃຫຍ່ເຢຍລະມັນ.

ຕອນທ້າຍ ກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ທີ່ມາຝຶກອົບຮົມໃນຄັ້ງນີ້ ລວມທັງໝົດ 35 ທ່ານ ເຊີ່ງປະກອບມີການປູງແຕ່ງອາຫານຫວານ-ຄາວ ຈໍານວນ 15 ທ່ານ, ສ້ອມແປງລົດຈັກ ຈໍານວນ 10 ທ່ານ, ທາມງ່າ ແລະ ຕໍ່ກິ່ງຂອງພັນພຶດຈໍານວນ 10 ທ່ານ.

About admins16