ກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກຄອງ

ໃນຕອນເຊົ້າຂອງວັນທີ 22 ພະຈິກ 2021 ຢູ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການປົກຄອງ ດ້ວຍການສະໜັບສະໜູນຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າຮ່າງກົດໝາຍວ່າດ້ວຍການປົກຄອງ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ມີພະນັກງານຫຼັກແຫຼ່ງຂອງອໍານາດການປົກຄອງແຂວງ-ເມືອງ, ພະນັກງານກົດໝາຍອາວຸໂສ, ຄະນະຄົ້ນຄວ້າ ຮ່າງກົດໝາຍວ່າດ້ວຍການປົກຄອງ ເຂົ້າຮ່ວມ.

ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານປົກຄອງໃຫ້ມີປະສິດທິພາບ ເຮັດໃຫ້ການກະທຳທາງປົກຄອງຂອງອົງການປົກຄອງ ສົມເຫດສົມຜົນ, ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ລັດຖະທຳມະນູນ, ກົດໝາຍ ໄດ້ຮັບການເຄົາລົບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ, ປະກອບສ່ວນໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ພ້ອມນີ້ ຍັງໄດ້ກຳນົດບັນດາຫຼັກການພື້ນຖານກ່ຽວກັບການປົກຄອງ ເປັນຕົ້ນແມ່ນນິຕິກຳ, ການບໍ່ລ່ວງເກີນອຳນາດ, ຄວາມສະເໝີພາບຕໍ່ໜ້າກົດໝາຍ, ການເຂົ້າເຖິງການບໍລິການຂອງອົງການປົກຄອງ, ຄວາມສົມເຫດສົມຜົນ, ການຮັບຟັງຄຳເຫັນກ່ອນການຕົກລົງ, ຄວາມໂປ່ງໃສ, ການຂໍຖອນຕົວ ແລະ ການຄ້ານຕົວ, ຄວາມຮັບຜິດຊອບ ຕໍ່ຄວາມເສຍຫາຍທາງປົກຄອງ ແລະ ການຮ້ອງທຸກ ເຊິ່ງມີທັງໝົດ 10 ພາກ 176 ມາດຕາ.

ໃນໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ມີຄຳເຫັນໃຫ້ຜູ້ແທນກອງປະຊຸມຍົກສູງຄວາມຮັບຜິດຊອບໃນການທາບທາມປະກອບຄຳເຫັນຢ່າງຕັ້ງໜ້າ ເພື່ອພ້ອມກັນປະກອບຄໍາເຫັນ, ເຮັດໃຫ້ກົດໝາຍ ນັບມື້ນັບສົມບູນ, ຮັດກຸມ ແລະ ສ່ອງແສງເຖິງແນວທາງຂອງພັກ, ມີລັກສະນະຊາດ, ລັກສະນະວິທະຍາສາດ, ລັກສະນະສາກົນ ໂດຍສອດຄ່ອງກັບສະພາບຄວາມເປັນຈິງ ກ່ອນທີ່ຈະນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີ 2022 ທີ່ຈະມາເຖິງນີ້.

About admins16