ສ້າງລາຍຮັບຫຼາຍກວ່າ 5 ລ້ານຕໍ່ເດືອນ ດ້ວຍການປູກ-ການລ້ຽງ

ທ່ານ ອຸດສາ ວົງສາ ຄອບຄົວຕົວແບບ ກຸ່ມການຜະລິດປູກຝັງ ແລະ ລ້ຽງສັດ ບ້ານນ້ຳເດື່ອ ເມືອງປາກກະດິງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງປາກກະດິງ ຄັ້ງທີ VII ທີ່ໄດ້ໄຂຂຶ້ນໃນວັນທີ 13 ກຸມພາ 2020 ໄດ້ໃຫ້ຮູ້ວ່າ: ຄອບຄົວຂ້າພະເຈົ້າເອງ ໃນເມື່ອກ່ອນປະກອບອາຊີບຄ້າຂາຍ, ເຮັດນາ ແລະ ເຮັດສວນໄປຕາມລະດູການ ຜົນຜະລິດທີ່ໄດ້ຮັບ ເຖີງວ່າຈະຊ່ວຍຈູນເຈື່ອຄອບຄົວ ແຕ່ກໍ່ບໍ່ສາມາດເຮັດໃຫ້ເສດຖະກິດພົ້ນເດັ່ນຂຶ້ນໄດ້ພໍເທົ່າໃດ ພຽງແຕ່ແກ້ໄຂຊີວິດການເປັນຢູ່ ພາຍໃນຄອບຄົວເທົ່ານັ້ນ, ລູກຢູ່ໃນໄລຍະການສຶກສາຮ່ຳຮຽນ ແລະ ມີຄ່າໃຊ້ຈ່າຍສູງຂຶ້ນ. ດ້ວຍຄວາມຊອກຮູ້ຊ່ອງທາງ ແລະ ຄວາມດຸໝັ່ນ, ມັກຮັກອາຊີບການປູກ-ການລ້ຽງ ເປັນການສ້າງລາຍຮັບເຂົ້າໃນຄອບຄົວ ເພື່ອເຮັດໃຫ້ຄອບຄົວ ຫຼຼຸດພົ້ນອອກຈາກ ຄວາມທຸກຍາກ ຈຶ່ງມີແນວຄິດຫັນປ່ຽນອາຊີບຈາກການເຮັດນາ, ມາເປັນການປູກຝັງ ແລະ ລ້ຽງສັດ ນຳໃຊ້ເຕັກນິກວິຊາການແບບໃໝ່ ເພື່ອຊອກຫາລາຍຮັບໃຫ້ສູງຂຶ້ນ ແລະ ເປັນອາຊີບທີ່ໝັ້ນຄົງ ເພາະເຫັນວ່າ ໃນປະຈຸບັນ ຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດ ແມ່ນມີສູງ ຜູ້ບໍລິໂພກພືດຜັກ ແລະ ຊີ້ນ, ປາ ກໍ່ເພີ່ມຂຶ້ນ.

ຍ້ອນເຫດຜົນດັ່ງກ່າວ ໃນປີ 2013 ຈຶ່ງຕັດສິນໃຈຫັນມາລົງທຶນຈຳນວນ 19.500.000 ກີບ ໃສ່ໃນການປູກມັນຕົ້ນ, ໜໍ່ໄມ້, ຫວາຍໂຕ່ນ, ລ້ຽງງົວ ແລະ ແບ້. ຜ່ານໄປ 1 ປີ ເຫັນວ່າມີລາຍຮັບດີ ຈິ່ງເພີ່ມເນື້ອທີ່ປູກກ້ວຍ 1 ເຮັກຕ່າ, ຫວາຍໂຕ່ນ 1 ເຮັກຕ່າ, ພືດຜັກ 1 ໄລ່, ລ້ຽງງົວ 12 ໂຕ ແລະ ແບ້ 9 ໂຕ ໄດ້ນຳໃຊ້ເຕັກນິກແບບໃໝ່ ໂດຍການໝູນວຽນແບບປະສົມປະສານ ເກັບກູ້ຜົນຜະລິດຂາຍໄດ້ 1.750.000 ກີບຕໍ່ເດືອນ ສ້າງລາຍຮັບໄດ້ 21.000.000 ກີບຕໍ່ປີ. ຜານການຈັດຕັ້ງປະຕິບັດ ຜ່ານມາເຫັນວ່າໄດ້ຮັບໝາກຜົນ ແລະ ມີລາຍໄດ້ເພີ່ມຂຶ້ນ ມາຮອດປີ 2016 ໄດ້ຂະຫຍາຍເນື້ອທີ່ຈາກ 6 ເຮັກຕ່າ ເປັນ 9 ເຮັດຕ່າ, ໄດ້ລົງທຶນ ໃນການບຸກເບີກເນື້ອທີ່ເພີ່ມ ເປັນເງິນ 12.000.000 ກີບ ແລະ ໄດ້ລ້ຽງງົວເພີ່ມຂຶ້ນ ໂດຍນໍາໃຊ້ເຕັກນິກແບບໝູນວຽນ ເຊັ່ນ: ລ້ຽງງົວ, ເອົາຝຸ່ນຂີ້ງົວໄປໃສ່ພືດຜັກ ເພື່ອເປັນວົງຈອນໃຫ້ມັນຕິດຈອດກັນ ແລະ ຫຼຸດຕົ້ນທຶນ ເຊິ່ງມາຮອດປະຈຸບັນ ງົວເພີ່ມຂຶ້ນ 55 ໂຕ, ແບ້ເພີ່ມຂຶ້ນ 27 ໂຕ, ເກັບກູ້ຜົນລະປູກ ແລະ ຂາຍສັດໄດ້ 5.500.000 ກີບຕໍ່ເດືອນ, ມີລາຍຮັບທັງໝົດ 66.000.000 ກີບຕໍ່ປີ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວພັດທະນາ ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

About admin12